ຢາກຮູ້ອັນໃດຊອກເບິ່ງເດີ້

9/1/14

10 ປີ 13 ແຂວງ 500 ຄົນ


ໂຄງການວິທະຍຸ ໄວໜຸ່ມ ໄດ້ເລີ່ມມາແຕ່ທ້າຍປີ 2004 ຈາກ 3 ແຂວງ(ອຸດົມໄຊ,ຫລວງພະບາງ ແລະ ຈຳປາສັກ) ມາເປັນ 8 ແຂວງໃນປີ 2007 (ອຸດົມໄຊ,ຫລວງພະບາງ,ຈຳປາສັກ, ສາລະວັນ, ສະຫວັນນະເຂດ, ບໍລິຄຳໄຊ, ບໍ່ແກ້ວ ແລະ ແຂວງວຽຈັນ) ແລະ ເພີີມຂຶ້ນເປັນ 13 ແຂວງ ໃນປັດຈຸບັນ(ອຸດົມໄຊ,ຫລວງພະບາງ,ຈຳປາສັກ, ສາລະວັນ, ສະຫວັນນະເຂດ, ບໍລິຄຳໄຊ, ບໍ່ແກ້ວ, ແຂວງວຽຈັນ, ນະຄອນຫລວງວຽງຈັນ,ໄຊຍະບູລີ, ຫົວພັນ, ຫລວງນ້ຳທາ ແລະ ອັດ ຕະປື) ໃນນີ້ໄດ້ຜລິດລາຍການ ນອກຈາກພາສາພາສາລາວແລ້ວຍັງມີ: ພາສາກຶມໝຸ(ຫຼວງພະບາງ), ພາສາມົ້ງ(ໄຊຍະບູລີ) ແລະ ພາສາອາຄ່າ(ອຸດົມໄຊ)).
ໃນກອງປະຊຸມປະຈຳປີ 2010 (ກອງປະຊຸມຮ່ວມທັງລັດ ແລະ UN ຕ່າງໆ) ກະຊວງການຕ່າງປະເທດ(ຄມດຊ = ຄະນະກຳມາທິການເພື່ອແມ່ແລະເດັກແຫ່ງຊາດ) ໄດ້ສະເໜີ ໃຫ້ພວກເຮົານຳເອົາກິດຈະກຳນີ້ລົງໄປໃນ 5 ແຂວງ ທີ່ເປັນບູລິມະສິດຂອງລັດຖະບານໃນວຽກງານຫລຸດຜ່ອນຄວາມທຸກຍາກ ແຕ່ພວກເຮົາສາມາດເພີ່ມໄດ້ອີກພຽງ 3 ແຂວງ ເທົ່ານັ້ນຄື: ອັດຕະປື, ຫົວພັນ ແລະ ຫລວງນ້ຳທາ, ບໍ່ສາມາດດຳເນີນໄດ້ ໃນແຂວງຜົ້ງສາລີ ແລະ ເຊກອງ ເນື່ອງຈາກມີຄວາມຈຳກັດດ້ານງົບປະມານ ແລະ ບຸກຄະລາກອນຂອງທ້ອງຖິ່ນ.
ຫລາຍແຂວງທີ່ມີໂຄງການນີ້ ອຳນາດການປົກຄອງຂັ້ນສູງ(ຂອງແຂວງນັ້ນ) ກໍໄດ້ຮັບຮູ້ ແລະ​ຊຸກ ຍູ້ໃຫ້ເດັກ ໄດ້ສະແດງອອກ ຕາມພາລະບົດບາດ ຂອງເຂົາ​ເຈົ້າ ໃນການໂຄສະນາສິດທິເດັກ ແລະ ບັນ ຫາອື່ນໆ ທີ່ມີຜົນດີຕໍ່​ເດັກ -ໄວໜຸ່ມ ໂດຍສະເພາະບັນຫາ ສຸຂະພາບ, ຢາເສບຕິດ,ໂລກເອດສ໌, ການຄ້າມະນຸດ, ນ້ຳສະອາດ-ສິ່ງແວດລ້ອມ ແລະ ບັນຫາອື່ນໆ. ຄະນະຮັບຮັບຜິດຊອບ ວິທະຍຸໄວໜຸ່ມ ໄດ້ເລືອກເຟັ້ນເອົານັກຈັດລາຍການວິທະຍຸທີ່ໜຸ່ມນ້ອຍ ທີ່ເປັນອາສາສະໝັກ ເຊິ່ງສ່ວນໃຫຍ່ ແມ່ນສະມາຊິກສູນວັດທະນະທຳ ແລະ ໄດ້ເນັ້ນໃສ່ນຳໃຊ້ຮູບແບບລາຍການວາລະສານທາງວິທະຍຸເປັນສຳຄັນ ນຳໃຊ້ທັກສະຊີວິດເຂົ້າ ໄປໃນລາຍການວິທະຍຸນັ້ນປະສົມກັບການບັນເທີງ.
ທີມງານຫລຸ້ນທຳອິດຂອງແຂວງອຸດົມໄຊ ດຽວນີ້ໄດ້ເຂົ້າເຮັດການນຳລັດ ແລະ ມີວຽກເຮັດງານທຳທີ່ໝັ້ນຄົງແລ້ວ
ຈຸດປະສົງຂອງໂຄງການແມ່ນ:
ສ້າງຄວາມສາມາດໃຫ້ແກ່ໄວຫນຸ່ມໃນການໂຄສະນາສິດທິຂອງຕົນ ໂດຍຜ່ານລາຍການວິທະຍຸ-ໂທລະພາບ ແລະ ການເຄື່ອນໄຫວປຸກລະດົມຊຸມຊົນ
ໂຄງປະກອບທີມງານ:
ຜູ້ຮັບຜິດຊອບໂຄງການ ​ປະກອບດ້ວຍ ວິທະຍຸກະຈາຍສຽງ, ສູນວັດທະນະທຳ ເດັກ ແລະ ອົງການ Unicef/CPAC Section(ລະດັບສູນກາງ ແລະ ທ້ອງຖິ່ນກໍຄືກັນ).  ທີມງານວິທະຍຸໄວໜຸ່ມແຕ່ລະແຂວງຈະມີປະມານ 10-20 ນ້ອງ (ບາງແຂວງດຽວນີ້ມີເຖິງ 23)ໂດຍທົ່ວໄປແລ້ວພວກເຂົາມີຄວາມສາມາດໃນດ້ານການເວົ້າ, ການສະແດງເທິງເວລາ ເພາະພວກເຮົາມີປະສົບການນີ້ມາຈາກການເປັນເດັກອາສາສະໝັກຂອງສູນວັດທະນະທຳເດັກ. ນັບແຕ່ເລີ່ມໂຄງການມາຮອດປັດຈຸບັນ ມີນັກຈັດລາຍການ ໄວໜຸ່ມ ປະມານ 500 ຄົນ ໃນນີ້ ລຸ້ນທຳອິດ, ລຸ້ນທີສອງ ຫລາຍຄົນຮຽນຈົບວິຊາຊີບ ທັງພາຍໃນ ແລະ ຕ່າງປະເທດ ຫລາຍຄົນກໍໄດ້ເຂົ້າເຮັດວຽກນຳລັດ, ບໍລິສັດ ແລະ ອື່ນໆ . 
ໂຄງການ “ວິທະຍຸໄວໜຸ່ມ” ໄດ້ຮັບການພັດທະນາ ແລະ ໄດ້ເປີດກ້ວາງກິດຈະກຳຕື່ມອີກ. ນອກຈາກການຜລິດລາຍການວິທະຍຸແລ້ວ ຍັງກ້າວສູ່ການຜລິດລາຍການໂທລະ ພາບ “ເປີດໃຈໄວໜຸ່ມ” ໃນປີ 2012 ເຊິ່ງດຳເນີນຢູ່ 3 ແຂວງຄື: ແຂວງຫົວພັນ, ແຂວງຫລວງນ້ຳທາ ແລະນະຄອນ ຫລວງວຽງຈັນ ເຊິ່ງຜລິດລາຍການ ອອກທາງໂທລະພາບລາວສຕາຣ໌ ທຸກໆມື້ວັນອາທິດເວລາ 13:30 ໂມງ, ທີມງານທີ່ຜລິດລາຍການວິທະຍຸແລະໂທລະພາບ ນີ້ແມ່ນນຳໃຊ້ບຸກຄະລາກອນດຽວກັນ. ດັ່ງນັ້ນໂຄງການ “ວິທະຍຸໄວໜຸ່ມ” ຈຶ່ງໄດ້ປ່ຽນເປັນ “ໂຄງການວິທະຍຸ-ໂທລະພາບໄວໜຸ່ມ”.
ການສ້າງບຸກຄະລາກອນ ແລະ ອຸປກອນ:
ໃນ 10 ປີ ໂຄງການວິທະຍຸໄວໜຸ່ມໄດ້ສ້າງທັງບຸກຄະລາກອນດ້ວຍການເຝິກອົບຮົມວິຊາການວິທະຍຸ-ໂທລະພາບ, ອົບຮົມໃຫ້ຄວາມຮູ້ດ້ານວິຊາການຕ່າງໆ ເຊິ່ງໄດ້ເຊີນຄູເຝິກທັງພາຍໃນ ແລະ ຕ່າງປະ ເທດ ມາອົບຮົມໃຫ້ ລວມໄດ້ປະມານ 90 ຄັ້ງ ມີຜູ້ເຂົ້າຮ່ວມປະມານ 2,650 ເທື່ອຄົນ ໃນນີ້ມີທັງໄວໜຸ່ມອາສາໃນໂຄງການ ແລະ ພະນັກງານລັດ(1/3 ເປັນພະນັກງານ ລັດ).
ການຈັດຫາອຸປະກອນການຜະລິດລາຍການເຊັ່ນ: Tape Recorder(ດຽວນີ້ ແມ່ນ Digital recorder )ສະເລ່ຍແລ້ວແຂວງລະ 4 ໜ່ວຍ, Computer & Printer ແຂວງລະ1 ຊຸດ. ນອກນີ້ຍັງໄດ້ຂົນຂວາຍປະເພດComputer, Digital Camera & LapTop secondhand ໃຫ້ໄດ້ຫລາຍແຂວງນຳອີກ.
.....ຕົວແທນຂອງທີມງານວິທະຍຸໄວໜຸ່ມ ສັນຍາກັນວ່າ ຈະຍັງສືບຕໍ່ກິດຈະກຳນີ້ ແລະ ຈະຮ່ວມກັນສານຝັນໃຫ້ກັບລູກຫລານຂອງຕົນເອງ....
ເຮົາມີຄວາມດີໃຈທີ່ໄດ້ມີສ່ວນຮ່ວມໃນການສ້າງຄວາມສາມາດໃຫ້ລູກຫລານ
ເຮົາມີຫລາຍເລື່ອງທີ່ຍັງບໍ່ທັນໄດ້ບອກທ່ານວ່າ ໂຄງການວິທະຍຸ-ໂທລະພາບໄວໜຸ່ມ ລາຍການ "ເປີດໃຈໄວໜຸ່ມ"
ມັນມີດີຄືແນວໃດ....ເອົາໄວ້ໂອກາດໜ້າຈະມາເວົ້າສູ່ຟັງ.....
ຂອບໃຈທີ່ຕິດຕາມ....ຕິດຕາມການເຄື່ອນໄຫວຕ່າງທາງ Facebook ຂອງພວກເຮົາກໍໄດ້
ກົດຕາມລິ້ງນີ້ໄດ້ເລີຍ

No comments:

Post a Comment