ຢາກຮູ້ອັນໃດຊອກເບິ່ງເດີ້

6/24/13

ຢ້ຽມຢາມທີມງານວິທະຍຸໄວໜຸ່ມທີ່ແຂວງວຽງຈັນ

ຫລັງຈາກກັບມາແຕ່ປະເມີນສື່ໂຄສະນາສຳລັບເດັກກ່ອນໄວຮຽນ ຂອງທີມງານວິທະຍຸໄວໜຸ່ມສູນກາງ ທີ່ດຳເນີນໃນແຂວງຫລວງນ້ຳທາ ແລະ ອຸດົມໄຊ ຕອນກັບບ້ານ ພວກເຮົາໄດ້ແວ່ຢ້ຽມຢາມທີມງານວິທະຍຸ ແຂວງວຽງຈັນ ເຊິ່ງມີທີມງານປະມານ ໒໐ ນ້ອງ.


ທີມງານວິທະຍຸໄວໜຸ່ມແຂວງວຽງຈັນ ເປັນທີມງານທີ່ດຳເນີນການຈັດລາຍການ“ເປີດໃຈໄວໜຸ່ມ” ມາບໍ່ດົນປານໃດ ແຕ່ເປັນທີມງານທີ່ມີຄວາມຫ້າວຫັນ ຈາກການຈັດລາຍການໃນເບື້ອງຕົ້ນ ອາທິດລະ ໓໐ ນາທີ ເພີ່ມເປັນ ໑ ຊົ່ວໂມງໃນປັດຈຸບັນ


ໄວໜຸ່ມເຫລົ່ານີ້ ພວກເຂົາຈະມາພົບກັນເພື່ອຈັດລາຍການ “ເປີດໃຈໄວໜຸ່ມ” ໃນທຸກໆວັນເສົາ ເວລາ ໙:໓໐ - ໑໐:໓໐ ໂມງ ທາງຄື້ນ FM 100 Mkz ເປັນລາຍການອອກອາກາດສົດ ເຊິ່ງຜູ້ຟັງສາມາດ ມີສ່ວນຮ່ວມໄດ້ ດ້ວຍການໂທລະສັບເຂົ້າສູ່ລາຍການ ໘໕໖-໓໐-໙໓໘໙໙໑໙ ແລະ ສົນທະນາຜ່ານເຟຊບຸກກໍໄດ້
ຊ່ວຍຟັງ ຊ່ວຍເຊຍ ຊ່ວຍຕິຊົມພວກເຂົາແດ່ເດີ້
ໂດຍສະເພາະມິດລາຍການທາງແຂວງວຽງຈັນ
(ຂອບໃຈຫລາຍໆ)

No comments:

Post a Comment