ຢາກຮູ້ອັນໃດຊອກເບິ່ງເດີ້

12/31/11

ອວຍພອນຜູ້ອຳນວຍການ ວສລ ແລະ ພົບປະສັງສັນທີມງານ

ວັນທີ ໓໐ ທັນວາ ໒໐໑໑ ທີມງານວິທະຍຸໄວໜຸ່ມ ໄດ້ເຂົ້າອວຍພອນປີໃໝ່ 2012 ແດ່ທ່ານ ສີພາ ນົງລາດ ຄະນະພັກກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ,  ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍ ສຽງແຫ່ງຊາດລາວ, ທ່ານ ທອງພິມ ດີມະນີວົງ ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່່ງຊາດລາວ ທັງສອງທ່ານແມ່ນ ຜູ້ຊີ້ນຳໂຄງການວິທະຍຸໄວໜຸ່ມ ເຊິ່ງກິດຈະກຳນີ້ດຳເນີນໃນ ໑໒ ແຂວງ ຂອງ ສປປ ລາວ.
ຈາກນັ້ນ ຕອນບ່າຍ ທີມງານວິທະຍຸ ແລະ ໂທລະພາບໄວໜຸ່ມ ໄດ້ພົບປະສັງສັນ ເພື່ອທົບທວນເຖິງຜົນສຳເລັດ, ບັນຫາ-ອຸປະສັກທີ່ພົບພໍ້ ພ້ອມຊອກວິທີແກ້ໄຂ  ແລະ ສິ່ງທີ່ຢາກເຮັດໃນປີ 2012

 ຕາມມາດ້ວຍການກິນ ໆໆໆ ແລະ ເວົ້າລົມຕາມພາສາຂອງນັກຈັດລາຍການວທະຍຸ-ໂທລະພາບ
....ຕາມມາດ້ວຍການຮ້ອງ ໆໆໆໆ ຕາມອາລົມ.....

ແລະ ອັນນີ້ ທີ່ທີມງານເຄີຍຫລອນ...ປະຈຳ ເມື່ອໃກ້ ຫລື ຮອດວັນເກີດຂອງໃຜບາງຄົນ
ແຕ່ອັນທີ່ທຸກຄົນໄດ້ ແລະ ດີໃຈສຸດໆກໍຄືສິ່ງນີ້
(ຂອບໃຈຫລາຍໆ)

12/7/11

ຍິນດີຕ້ອນຮັບທ່ານສູ່ຫລວງພະບາງ ເມືອງມໍລະດົກໂລກ

ແຂວງຫຼວງພະບາງ (Luangprabang) ເປັນແຂວງໜຶ່ງຂອງ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຕັ້ງຢູ່ທາງພາກເໜືອຂອງປະເທດ ບໍລິເວນແຄມຝັ່ງແມ່ນ້ຳຂອງ ແລະ ແມ່ນ້ຳຄານ ຊຶ່ງໄຫຼມາປ່ອງໃສ່ກັນ ແລະ ມີເມືອງເອກ ຊື່ວ່າ: ເມືອງຫຼວງພະບາງ ..

ເມືອງຫຼວງພະບາງມີໃນອະດີດເປັນຣາຊະທານີ ທີ່ຮຸ່ງເຮືອງແລະເຟື່ອງຟູທີ່ສຸດຂອງອານາຈັກລ້ານຊ້າງ ທີ່ມີ ນາມວ່າ ກຸງສີສັດຕະນາຄະນະຫຸຕ ນັບໄດ້ວ່າເມືອງຫຼວງພະບາງ ແມ່ນເມືອງທີ່ງົດງາມ ໃນສິນລະປະຂອງ ສະຖາປັດຕະຍະກຳ ວັດທະນະທຳ ປະເພນີ ແລະ ຂະຫນົບທຳນຽມ ໃນການດຳລົງຊີວິດຫລາຍ ຈຶ່ງເຮັດໃຫ້ ອົງການ ຢູເນສໂກ ໄດ້ຂຶ້ນທະບຽນໃຫ້ັເປັນ ມໍລະດົກໂລກທາງວັດທະນະທຳຂອງມວນມະນຸດຊາດ ຕັ້ງແຕ່ ປີ ພ.ສ.໒໕໑໐ ຈົນເຖິງປັດຈຸບັນ.

ແຂວງຫລວງພະບາງ ທິດເໜືອຕິດກັບ ແຂວງຜົ້ງສາລີ, ທິດໃຕ້ຕິດກັບ ແຂວງວຽງຈັນ,ທິດຕາເວັນ ອອກຕິດກັບ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ສ.ສ ຫວຽດນາມ,ທິດຕາເວັນຕົກຕິດກັບ ແຂວງອຸດົມໄຊ ມີປະຊາກອນ ປະກອບດ້ວຍ: ລາວລຸ່ມ,ລື້,ຜູ້ໄທ,ລາວເທິງ,ລາວສູງ,ຢ້າວ,ອີກໍ້ ແລະ ອື່ນໆ

ຫາກທ່ານໄປຫລວງພະບາງ ທ່ານສາມາດທ່ຽວຊົມຄວາມງາມຕາມສະຖານທີ່ຕ່າງໆໄດ້ເຊັ່ນ:
ຫໍພິພິດທະພັນແຫ່ງຊາດຫຼວງພະບາງ, ຫໍພະບາງ-ພະບາງ, ພະຣາຊະວັງຊຽງແກ້ວ, ພູສີ, ວັດຊຽງທອງ, ຖ້ຳຕິ່ງ, ຖໍ້ານາງອັ໋ນ, ນ້ຳຕົກຕາດກວາງຊີ, ນ້ຳຕົກຕາດທອງ, ຕາດແສ້, ວັດວິຊຸນ, ວັດໃໝ່, ວັດພະບາດໃຕ້(ວັດຫວຽດ), ວັດແສນ, ວັດຄີລີ, ວັດປ່າໂພນເພົາ, ວັດທາດນ້ອຍ, ວັດຫົວຊຽງ, ວັດໂພນໄຊ, ວັດຊຽງມ່ວນ, ວັດຈຸມຄ້ອງ, ວັດປ່າໄຜ່, ວັດສີພຸດທະບາດ, ວັດໜອງສີຄູນເມືອງ, ວັດສົບ, ວັດສີບຸນເຮືອງ, ວັດສິລິມຸງຄຸນໄຊຍາຣາມ, ວັດປາກຄານ, ວັດທາດຫຼວງ, ວັດມະໂນຣົມ, ວັດຖ້ຳພູສີ, ວັດອາໄພ, ວັດອາຮາມອຸດຕະມະທານີ, ວັດໝື່ນນາ, ວັດຈອມເພັດ, ວັດຊຽງແມນ, ວັດລ່ອງຄູນແລະຖ້ຳຄູຫາສັກກະລິນ, ວັດສັງຄະໂລກ, ບ້ານຊ້າງຄ້ອງ, ບ້ານຜານົມ, ຕະຫຼາດມືດ(ກາງຄືນ), ສຸສານຫຼວງ(ປ່າຊ້າເຈົ້າຊີວິດ), ບ່ອນຝັ່ງສົບອອງຣີ ມູໂອດ, ບ້ານຊຽງແມນ, ບ້ານຫາດຫ້ຽນ, ບ້ານຈ່ານ, ບ້ານຊ່າງໄຫ, ຕະຫຼາດຊົນເຜົ່າມົ້ງ, ຕະຫລາດເຊົ້າຫລວງພະບາງ, ຮ້ານກາເຟປະຊານິຍົມຫລວງພະບາງ, ເຮືອນມໍລະດົກຊຽງມ່ວນ ແລະ ອື່ນໆ.

ອາຫານປະຈຳແຂວງຫຼວງພະບາງ ແຈ່ວບອງ, ໝົກປາ, ຍຳສະລັດຫຼວງພະບາງ, ເອາະຫຼາມ ແລະ ອື່ນໆ.


ເລື່ອງທີ່ກ່ຽວພັນກັບຫລວງພະບາງບ້ານຂ້ອຍຍັງມີຫລາຍ....ບັນຍາຍບໍ່ໝົດ.....ມື້ໜ້າ ຂໍໃຫ້ ແສງທະວີ ມາເວົ້າສູ່ຟັງອີກກໍໄດ້....
ຖ້າທ່ານຢູ່ຫລວງພະບາງ ກໍຢ່າລືມຕິດຕາມຮັບຟັງ ລາຍການ“ເປີດໃຈໄວໜຸ່ມ” ເດີ້
ຟັງໄດ້ໃນລະບົບ FM 103.5 Mkz ວັນອາທິດ ເວລາ 11:30 ກ່ອນພາກຂ່າວທົ່ວໄປ.
ໄລຍະນີ້ພວກເຮົາຈະເວົ້າກ່ຽວກັບ“ໄກຜູ້ໂອກເກມສ໌” ແລະ ວິຖີຊີວິດ- ວັດທະນະທຳ
ຂອງຊາວເມືອງຫລວງພະບາງ ເມືອງມໍລະດົກໂລກ....
(ຂອບໃຈທີ່ອ່ານ)