ຢາກຮູ້ອັນໃດຊອກເບິ່ງເດີ້

8/31/11

ເມື່ອເຖິງຍາມຫ່າງໄກ


ປ່ຽມສຸກ ວົງກາລັກ (ເບ່ຕ້າ). ທີ່ຢູ່ປັດຈຸບັນ: ບ້ານ​ ຜາໂຄມ , ເມືອງຫລວງ ພະບາງ ແຂວງຫລວງພະບາງ, ຮຽນ​ຫນັງສືຢູ່​ໂຮງຮຽນ ​ມ.ສ ສຸພານຸວົງ
​ເວລາ​ຫວ່າງ: ມັກເບິ່ງໂທລະພາບ, ຟັງວິທະຍຸ ແລະເຮັດກິດຈະກຳຢູ່ສ.ວ.ດ.
ເບ່ຕ້າບອກວ່າ: ນ້ອງ​ເອງ ​ແມ່ນ​ເປັນ​ນັກ​ຈັດ​ລາຍການ ມາ​ແຕ່​ປີ 2009 ​ເຊິ່ງການ​ດຳ​ເນີນ​ກິດຈະກຳ​ນີ້ ຖື​ວ່າ​ທຸກໆ​ຄົນ​ໄດ້​ມີ​ຄວາມ​ຮູ້, ຄວາມ​ສາມາດ​ເພີ່ມ​ຂຶ້ນ​ເລີຍ​ໃນ​ແຕ່ລະ​ໄລຍະ ​ແຕ່​ລະ​ຄັ້ງ​ທີ່​ຈັດ​ລາຍການ ຖື​ວ່າ​ມີ​ຄວາມ​ເບີກ ບານ​ມ່ວນ​ຊື່ນ ​ເຕັມ​ໄປ​ດ້ວຍ​ຮອຍ​ຍິ້ມ ​ແລະ​ສິ່ງ​ທີ່​ປະ​ທັບ​ໃຈ​ທີ່​ສຸດ ​ແມ່ນ​ການ​ນຳ​ເອົາ​ຂ່າວສານ ​ແລະ ​ສາລະ​ຫນ້າ​ຮູ້​ຕ່າງໆມາ​ເລົ່າ​,ມາ​ເວົ້າ​ສູ່​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ.

....​ໃນ​ອະນາ​ຄົດ ຢາກ​ຈະ​ໃຫ້ສືບຕໍ່ລາຍການ ເປີດໃຈໄວຫນຸ່ມໄປຕະຫລອດເລີຍ....

ສ່ວນໜຶ່ງຂອງທີມງານວິທະຍຸໄວໜຸ່ມ ທີ່ ເບ່ຕ້າ ໄດ້ຮ່ວມງານຜ່ານມາ
ຕລອດເວລາພວກເຂົາມີຄວາມສະໜຸກສະໜານກັບການເຮັດໜ້າທີ່ຂອງຕົນເອງ
...ຊົມເຊີຍ.....ຄົນເກັ່ງຂອງພວກເຮົາ.....

....ໄປແລ້ວ ຂໍໃຈເຈົ້າຢ່າທໍ້    ຂໍໃຫ້ສູ້ດ້ວຍມານະ
ຈິດໃຈທົນທານອົດ  ເພື່ອວັນເມືອໜ້າ
ຖ້າຈິງໃຈຈິງຈັງສູ້    ອຸປະສັກທີ່ຂວາງກີດ
ຊີວິດ...ຈຶ່ງຊິມີຄ່າລ້ຳ   ຂໍພຽນສູ້ຕໍ່ໄປ...

....ມື້ໃດຈົບ ໃຈຊິປື້ມ   ໃບປະກາດມາມື
ວັນນັ້ນ ຄວາມສຳຄັນບໍ່ແມ່ນຕີເປັນເງິນ   ດ້າມຄ່າຍົນກັບບ້ານ
ແຕ່ລ້ານເທົ່າຄວາມໝາຍຊຶ້ງ   ຕຣຶງໃຈອະທິບາຍຍາກ
ຫາກແມ່ນໃຈນັກສູ້   ຫວັງກູ້ກຽດຕະກູນ....ຊອບແລ້ວ....
ເປັນກຳລັງໃຈໃຫ້....ສູ້ໆໆໆໆໆ

8/25/11

ໄດ້ຟັງສຽງຂອງພວກເຮົາຫລືຍັງ ?

ສະບາຍດີທຸກໆທ່ານ ທີ່ເຂົ້າມາຢ້ຽມຢາມ ພວກເຮົາ
ທ່ານຢາກຮູ້ບໍ່ວ່າ ໄວໜຸ່ມພວກນີ້ເຂົາກຳລັງເຮັດຫຍັງ
ຢາກຮູ້ ຕິດຕາມໄດ້:
ທີ່ນະຄອນຫລວງວຽງຈັນ ຄື້ນ FM 103.7 Mkz ເວລາ 8:30 am ວັນເສົາ.
  ແລະ ທີມງານຈະມາພົບກັບທ່ານໃນ“ລາຍການເປີດໃຈໄວໜຸ່ມ” ອາທິດນີ້ພວກເຂົາຈະເວົ້າເຖິງບັນຫາ ໃດນັ້ນຢ່າລືມຟັງເດີ້.... ຫລື ທ່ານຈະຟັງຜ່ານວິທະຍຸອິນເຕີເນັທໄດ້ໃນເວລາດັ່ງກ່າວກົດຟັງເລີຍ
ທີ່ຫລວງພະບາງ ຄື້ນ FM 103.5 Mkz ເວລາ11:30-12:00 am ວັນອາທິດ.
ພຸດທະກອນ ມະຕິລາ ແລະ  ນົກ(ອຳມາລາ)  ພ້ອມທີມງານຈະມາພົບກັບ ທ່ານໃນ“ລາຍການເປີດໃຈໄວໜຸ່ມ” ອາທິດນີ້ພວກເຂົາຈະເວົ້າເຖິງບັນຫາ ໄວໜຸ່ມກັບການຈະຣາຈອນ...ວັນທີ ໐໓ ກັນຍາ ໒໐໑໑ ນີ້
ທີ່ແຂວງວຽງຈັນນ ຄື້ນ FM 100 Mhz ເວລາ 09:30-10:30   am ວັນເສົາ
ເສົານີ້ ນ້ອງ ແສງຈັນ ແລະ ຈັນທະຈອນ ຫລານປູ່ອ່າງ   ພ້ອມທີມງານ ຈະມາພົບກັບທ່ານໃນ“ລາຍການເປີດໃຈໄວໜຸ່ມ” ອາທິດນີ້ພວກເຂົາຈະເວົ້າເຖິງບັນຫາ:  “ ການມີເພດສຳພັນກ່ອນການແຕ່ງງານ ແລະ ຜົນກະທົບຂອງມັນ”
໑ ຊົ່ວໂມງເຕັມໆ ທີ່ທ່ານສາມາດສົນທະນາທາງໂທລະສັບ ກັບພວກເຂົາ, ໄດ້ຟັງສາລະ ແລະ ຄວາມບັນເທີງ....ຢ່າລືມຟັງພວກເຂົາເດີ້...

8/19/11

Ever listening OpenHearts OpenAirWaves programme ?

ສະບາຍດີທຸກໆທ່ານ ທີ່ເຂົ້າມາຢ້ຽມຢາມ ພວກເຮົາ
ທ່ານຢາກຮູ້ບໍ່ວ່າ ໄວໜຸ່ມພວກນີ້ເຂົາກຳລັງເຮັດຫຍັງ
ຢາກຮູ້ ຕິດຕາມໄດ້:
ທີ່ນະຄອນຫລວງວຽງຈັນ ຄື້ນ FM 103.7 Mkz ເວລາ 8:30 am ວັນເສົາ.
ຕ້າ, ໂຊນີ ແລະ ທີມງານຈະມາພົບກັບທ່ານໃນ“ລາຍການເປີດໃຈໄວໜຸ່ມ” ອາທິດນີ້ພວກເຂົາຈະເວົ້າເຖິງບັນຫາ ຜົນກະທົບຈາກໄພທຳມະຊາດ... ຫລືທ່ານຈະຟັງຜ່ານວິທະຍຸອິນເຕີເນັທໄດ້ໃນເວລາດັ່ງກ່າວກົດຟັງເລີຍ
ທີ່ຫລວງພະບາງ ຄື້ນ FM 103.5 Mkz ເວລາ11:30-12:00 am ວັນອາທິດ.
ອາຮົ໋ວ(ສຸລິວົງ) ແລະ ນົກ(ອຳມາລາ)  ພ້ອມທີມງານຈະມາພົບກັບ ທ່ານໃນ“ລາຍການເປີດໃຈໄວໜຸ່ມ” ອາທິດນີ້ພວກເຂົາຈະເວົ້າເຖິງບັນຫາ ຂີ້ເຫຍື່ອ ແລະ ຜົນກະທົບຂອງມັນ...
 
ທີ່ແຂວງວຽງຈັນ ຄື້ນ FM 100 Mhz ເວລາ 09:30-10:30   am ວັນເສົາ
ນ.ຄອນສະຫວັນ ສາວນ້ອຍລາຍງ້າວ ຫລານປູ່ອ່າງ   ພ້ອມທີມງານ ຈະມາພົບກັບທ່ານໃນ“ລາຍການເປີດໃຈໄວໜຸ່ມ” ອາທິດນີ້ພວກເຂົາຈະເວົ້າເຖິງບັນຫາ ຕີນຫໍ-ຕຸ່ມເປື່ອຍ...
ກົດເລີຍ ກົດເລີຍ  
ຂອບໃຈຫລາຍໆເດີ້

8/7/11

ຊ່ວຍນ້ອງ ປະຄອງເຂົ້າຫ້ອງ....ຈັດລາຍການວິທະຍຸ

ໃນຫ້ອງປະຊຸມຂອງພວກເຮົາ ທີ່ວິທະຍຸຫລວງພະບາງ
ປີນີ້ ພວກເຮົາມີນັກຂ່າວ-ນັກຈັດລາຍການວິທະຍຸເພີ່ມອີກຫລາຍຄົນ ເຊິ່ງເວົ້າໄດ້ວ່າ ເປັນນ້ອງໃໝ່ ໂດຍສະເພາະ ທີມງານວິທະຍຸໄວໜຸ່ມແຂວງຫລວງພະບາງ ພາກພາສາກຶມໝຸ...
ພວກເຮົາກຳລັງລະດົມສະໝອງວ່າລາຍການຕໍ່ໄປນີ້ຈະເວົ້າຫຍັງດີ
ເມື່ອຫລາຍຄົນເຂົ້າມາເປັນທີມງານໃໝ່ ຈຶ່ງຕ້ອງໄດ້ເຝິກ ຫລື ແນະນຳ ວິທີການຕ່າງໆທີ່ກ່ຽວພັນກັບການຈັດລາຍການວິທະຍຸໃຫ້ຮູ້ ເຊິ່ງໄດ້ການເຕົ້າໂຮມກັນ ແລກປ່ຽນປະສົບການນຳກັນ ແລະ ມີອາຈານມາຊ່ວຍແນະນຳໃຫ້ ເພິ່ນມາຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ອົງການ Unicef
ປານີ ແນະນຳການໃຊ້ເທັບສຳພາດ
 ການຮຽນ ແມ່ນເລັງໃສ່ການສຳພາດຂ່າວ, ການຂຽນບົດລາຍການ ແລະ ການຕັດຕໍ່ສຽງສຳພາດ ເປັນຕົ້ນ ແລະ ໄດ້ດຳເນີນໃນມື້ວັນເສົາ ແລະ ຕອນເຊົ້າວັນອາທິດ (໖-໗ ສິງຫາ ໒໐໑໑) ຜ່ານມານີ້ລະ.
ອາຮົວ(ສຸລິວົງ) ກຳລັງແນະນຳທີມງານໃນການຕັດຕໍ່ສຽ
ນ.ລິນດາ ກັບຄຳຫລ້າຄຸມສຽງໃນການອອກອາກາດ
ນ. ແສງທະວີ ເວົ້າປະສົບການຕົນເອງສູ່ໝູ່ຟັງ
 ການປະຊຸມກັນຄັ້ງນີ້ແມ່ນການຖ່າຍທອດປະສົບການຈາກຮຸ່ນອ້າຍເອື້ອຍ ແກ່ຮຸ່ນນ້ອງ ພາຍໃຕ້ການດູແລ ແລະ ເພີ່ມເຕີມໃຫ້ຂອງອາຈານ....
ໃນໂອກາດນີ້ ຕາງໜ້າໃຫ້ຜູ້ຮັບຜິດຊອບໂຄງການວິທະຍຸໄວໜຸ່ ໄດ້ມອບ Computer 2 set & Printer laser 1 Unit ໃຫ້ແກ່ທີມງານວິທະຍຸໄວໜຸ່ມແຂວງຫລວງພະບາງ ໄດ້ນຳໃຊ້ໃນການຜລິດລາຍການ“ເປີດໃຈໄວໜຸ່ມ” ທັງພາສາລາວ ແລະ ພາສາກຶມໝຸ ໄດ້ຊົມໃຊ້ ເຊິ່ງກ່ອນນີ້ກໍໄດ້ມອບ Computer, Printer laser & Digital recorder ໃຫ້ໄປແລ້ວຈຳນວນໜຶ່ງ.
ແລະ ໃນອາທິດແລ້ວນີ້ ທາງໂຄງການກໍໄດ້ມອບ Computer, Printer laser & Digital Recorder ໃຫ້ທີມງານວິທະຍຸໄວໜຸ່ມແຂວງອື່ນນຳອີກເຊັ່ນ: ອັດຕະປື, ແຂວງວຽງຈັນ ເປັນຕົ້ນ.
ເບິ່ງພາບເພີ່ມເຕີມໄດ້ທີ: ກົດບ່ອນນີ້ລະເດີ...