![]() |
| ໃນຫ້ອງປະຊຸມຂອງພວກເຮົາ ທີ່ວິທະຍຸຫລວງພະບາງ |
ປີນີ້ ພວກເຮົາມີນັກຂ່າວ-ນັກຈັດລາຍການວິທະຍຸເພີ່ມອີກຫລາຍຄົນ ເຊິ່ງເວົ້າໄດ້ວ່າ ເປັນນ້ອງໃໝ່ ໂດຍສະເພາະ ທີມງານວິທະຍຸໄວໜຸ່ມແຂວງຫລວງພະບາງ ພາກພາສາກຶມໝຸ...
![]() |
| ພວກເຮົາກຳລັງລະດົມສະໝອງວ່າລາຍການຕໍ່ໄປນີ້ຈະເວົ້າຫຍັງດີ |
ເມື່ອຫລາຍຄົນເຂົ້າມາເປັນທີມງານໃໝ່ ຈຶ່ງຕ້ອງໄດ້ເຝິກ ຫລື ແນະນຳ ວິທີການຕ່າງໆທີ່ກ່ຽວພັນກັບການຈັດລາຍການວິທະຍຸໃຫ້ຮູ້ ເຊິ່ງໄດ້ການເຕົ້າໂຮມກັນ ແລກປ່ຽນປະສົບການນຳກັນ ແລະ ມີອາຈານມາຊ່ວຍແນະນຳໃຫ້ ເພິ່ນມາຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ອົງການ Unicef
![]() |
| ປານີ ແນະນຳການໃຊ້ເທັບສຳພາດ |
ການຮຽນ ແມ່ນເລັງໃສ່ການສຳພາດຂ່າວ, ການຂຽນບົດລາຍການ ແລະ ການຕັດຕໍ່ສຽງສຳພາດ ເປັນຕົ້ນ ແລະ ໄດ້ດຳເນີນໃນມື້ວັນເສົາ ແລະ ຕອນເຊົ້າວັນອາທິດ (໖-໗ ສິງຫາ ໒໐໑໑) ຜ່ານມານີ້ລະ.
![]() |
| ອາຮົວ(ສຸລິວົງ) ກຳລັງແນະນຳທີມງານໃນການຕັດຕໍ່ສຽງ |
![]() |
| ນ.ລິນດາ ກັບຄຳຫລ້າຄຸມສຽງໃນການອອກອາກາດ |
![]() | |
| ນ. ແສງທະວີ ເວົ້າປະສົບການຕົນເອງສູ່ໝູ່ຟັງ |
ການປະຊຸມກັນຄັ້ງນີ້ແມ່ນການຖ່າຍທອດປະສົບການຈາກຮຸ່ນອ້າຍເອື້ອຍ ແກ່ຮຸ່ນນ້ອງ ພາຍໃຕ້ການດູແລ ແລະ ເພີ່ມເຕີມໃຫ້ຂອງອາຈານ....
ໃນໂອກາດນີ້ ຕາງໜ້າໃຫ້ຜູ້ຮັບຜິດຊອບໂຄງການວິທະຍຸໄວໜຸ່ ໄດ້ມອບ Computer 2 set & Printer laser 1 Unit ໃຫ້ແກ່ທີມງານວິທະຍຸໄວໜຸ່ມແຂວງຫລວງພະບາງ ໄດ້ນຳໃຊ້ໃນການຜລິດລາຍການ“ເປີດໃຈໄວໜຸ່ມ” ທັງພາສາລາວ ແລະ ພາສາກຶມໝຸ ໄດ້ຊົມໃຊ້ ເຊິ່ງກ່ອນນີ້ກໍໄດ້ມອບ Computer, Printer laser & Digital recorder ໃຫ້ໄປແລ້ວຈຳນວນໜຶ່ງ.
ແລະ ໃນອາທິດແລ້ວນີ້ ທາງໂຄງການກໍໄດ້ມອບ Computer, Printer laser & Digital Recorder ໃຫ້ທີມງານວິທະຍຸໄວໜຸ່ມແຂວງອື່ນນຳອີກເຊັ່ນ: ອັດຕະປື, ແຂວງວຽງຈັນ ເປັນຕົ້ນ.
ເບິ່ງພາບເພີ່ມເຕີມໄດ້ທີ: ກົດບ່ອນນີ້ລະເດີ...







No comments:
Post a Comment