ຢາກຮູ້ອັນໃດຊອກເບິ່ງເດີ້

12/31/11

ອວຍພອນຜູ້ອຳນວຍການ ວສລ ແລະ ພົບປະສັງສັນທີມງານ

ວັນທີ ໓໐ ທັນວາ ໒໐໑໑ ທີມງານວິທະຍຸໄວໜຸ່ມ ໄດ້ເຂົ້າອວຍພອນປີໃໝ່ 2012 ແດ່ທ່ານ ສີພາ ນົງລາດ ຄະນະພັກກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ,  ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍ ສຽງແຫ່ງຊາດລາວ, ທ່ານ ທອງພິມ ດີມະນີວົງ ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່່ງຊາດລາວ ທັງສອງທ່ານແມ່ນ ຜູ້ຊີ້ນຳໂຄງການວິທະຍຸໄວໜຸ່ມ ເຊິ່ງກິດຈະກຳນີ້ດຳເນີນໃນ ໑໒ ແຂວງ ຂອງ ສປປ ລາວ.
ຈາກນັ້ນ ຕອນບ່າຍ ທີມງານວິທະຍຸ ແລະ ໂທລະພາບໄວໜຸ່ມ ໄດ້ພົບປະສັງສັນ ເພື່ອທົບທວນເຖິງຜົນສຳເລັດ, ບັນຫາ-ອຸປະສັກທີ່ພົບພໍ້ ພ້ອມຊອກວິທີແກ້ໄຂ  ແລະ ສິ່ງທີ່ຢາກເຮັດໃນປີ 2012

 ຕາມມາດ້ວຍການກິນ ໆໆໆ ແລະ ເວົ້າລົມຕາມພາສາຂອງນັກຈັດລາຍການວທະຍຸ-ໂທລະພາບ
....ຕາມມາດ້ວຍການຮ້ອງ ໆໆໆໆ ຕາມອາລົມ.....

ແລະ ອັນນີ້ ທີ່ທີມງານເຄີຍຫລອນ...ປະຈຳ ເມື່ອໃກ້ ຫລື ຮອດວັນເກີດຂອງໃຜບາງຄົນ
ແຕ່ອັນທີ່ທຸກຄົນໄດ້ ແລະ ດີໃຈສຸດໆກໍຄືສິ່ງນີ້
(ຂອບໃຈຫລາຍໆ)

12/7/11

ຍິນດີຕ້ອນຮັບທ່ານສູ່ຫລວງພະບາງ ເມືອງມໍລະດົກໂລກ

ແຂວງຫຼວງພະບາງ (Luangprabang) ເປັນແຂວງໜຶ່ງຂອງ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຕັ້ງຢູ່ທາງພາກເໜືອຂອງປະເທດ ບໍລິເວນແຄມຝັ່ງແມ່ນ້ຳຂອງ ແລະ ແມ່ນ້ຳຄານ ຊຶ່ງໄຫຼມາປ່ອງໃສ່ກັນ ແລະ ມີເມືອງເອກ ຊື່ວ່າ: ເມືອງຫຼວງພະບາງ ..

ເມືອງຫຼວງພະບາງມີໃນອະດີດເປັນຣາຊະທານີ ທີ່ຮຸ່ງເຮືອງແລະເຟື່ອງຟູທີ່ສຸດຂອງອານາຈັກລ້ານຊ້າງ ທີ່ມີ ນາມວ່າ ກຸງສີສັດຕະນາຄະນະຫຸຕ ນັບໄດ້ວ່າເມືອງຫຼວງພະບາງ ແມ່ນເມືອງທີ່ງົດງາມ ໃນສິນລະປະຂອງ ສະຖາປັດຕະຍະກຳ ວັດທະນະທຳ ປະເພນີ ແລະ ຂະຫນົບທຳນຽມ ໃນການດຳລົງຊີວິດຫລາຍ ຈຶ່ງເຮັດໃຫ້ ອົງການ ຢູເນສໂກ ໄດ້ຂຶ້ນທະບຽນໃຫ້ັເປັນ ມໍລະດົກໂລກທາງວັດທະນະທຳຂອງມວນມະນຸດຊາດ ຕັ້ງແຕ່ ປີ ພ.ສ.໒໕໑໐ ຈົນເຖິງປັດຈຸບັນ.

ແຂວງຫລວງພະບາງ ທິດເໜືອຕິດກັບ ແຂວງຜົ້ງສາລີ, ທິດໃຕ້ຕິດກັບ ແຂວງວຽງຈັນ,ທິດຕາເວັນ ອອກຕິດກັບ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ສ.ສ ຫວຽດນາມ,ທິດຕາເວັນຕົກຕິດກັບ ແຂວງອຸດົມໄຊ ມີປະຊາກອນ ປະກອບດ້ວຍ: ລາວລຸ່ມ,ລື້,ຜູ້ໄທ,ລາວເທິງ,ລາວສູງ,ຢ້າວ,ອີກໍ້ ແລະ ອື່ນໆ

ຫາກທ່ານໄປຫລວງພະບາງ ທ່ານສາມາດທ່ຽວຊົມຄວາມງາມຕາມສະຖານທີ່ຕ່າງໆໄດ້ເຊັ່ນ:
ຫໍພິພິດທະພັນແຫ່ງຊາດຫຼວງພະບາງ, ຫໍພະບາງ-ພະບາງ, ພະຣາຊະວັງຊຽງແກ້ວ, ພູສີ, ວັດຊຽງທອງ, ຖ້ຳຕິ່ງ, ຖໍ້ານາງອັ໋ນ, ນ້ຳຕົກຕາດກວາງຊີ, ນ້ຳຕົກຕາດທອງ, ຕາດແສ້, ວັດວິຊຸນ, ວັດໃໝ່, ວັດພະບາດໃຕ້(ວັດຫວຽດ), ວັດແສນ, ວັດຄີລີ, ວັດປ່າໂພນເພົາ, ວັດທາດນ້ອຍ, ວັດຫົວຊຽງ, ວັດໂພນໄຊ, ວັດຊຽງມ່ວນ, ວັດຈຸມຄ້ອງ, ວັດປ່າໄຜ່, ວັດສີພຸດທະບາດ, ວັດໜອງສີຄູນເມືອງ, ວັດສົບ, ວັດສີບຸນເຮືອງ, ວັດສິລິມຸງຄຸນໄຊຍາຣາມ, ວັດປາກຄານ, ວັດທາດຫຼວງ, ວັດມະໂນຣົມ, ວັດຖ້ຳພູສີ, ວັດອາໄພ, ວັດອາຮາມອຸດຕະມະທານີ, ວັດໝື່ນນາ, ວັດຈອມເພັດ, ວັດຊຽງແມນ, ວັດລ່ອງຄູນແລະຖ້ຳຄູຫາສັກກະລິນ, ວັດສັງຄະໂລກ, ບ້ານຊ້າງຄ້ອງ, ບ້ານຜານົມ, ຕະຫຼາດມືດ(ກາງຄືນ), ສຸສານຫຼວງ(ປ່າຊ້າເຈົ້າຊີວິດ), ບ່ອນຝັ່ງສົບອອງຣີ ມູໂອດ, ບ້ານຊຽງແມນ, ບ້ານຫາດຫ້ຽນ, ບ້ານຈ່ານ, ບ້ານຊ່າງໄຫ, ຕະຫຼາດຊົນເຜົ່າມົ້ງ, ຕະຫລາດເຊົ້າຫລວງພະບາງ, ຮ້ານກາເຟປະຊານິຍົມຫລວງພະບາງ, ເຮືອນມໍລະດົກຊຽງມ່ວນ ແລະ ອື່ນໆ.

ອາຫານປະຈຳແຂວງຫຼວງພະບາງ ແຈ່ວບອງ, ໝົກປາ, ຍຳສະລັດຫຼວງພະບາງ, ເອາະຫຼາມ ແລະ ອື່ນໆ.


ເລື່ອງທີ່ກ່ຽວພັນກັບຫລວງພະບາງບ້ານຂ້ອຍຍັງມີຫລາຍ....ບັນຍາຍບໍ່ໝົດ.....ມື້ໜ້າ ຂໍໃຫ້ ແສງທະວີ ມາເວົ້າສູ່ຟັງອີກກໍໄດ້....
ຖ້າທ່ານຢູ່ຫລວງພະບາງ ກໍຢ່າລືມຕິດຕາມຮັບຟັງ ລາຍການ“ເປີດໃຈໄວໜຸ່ມ” ເດີ້
ຟັງໄດ້ໃນລະບົບ FM 103.5 Mkz ວັນອາທິດ ເວລາ 11:30 ກ່ອນພາກຂ່າວທົ່ວໄປ.
ໄລຍະນີ້ພວກເຮົາຈະເວົ້າກ່ຽວກັບ“ໄກຜູ້ໂອກເກມສ໌” ແລະ ວິຖີຊີວິດ- ວັດທະນະທຳ
ຂອງຊາວເມືອງຫລວງພະບາງ ເມືອງມໍລະດົກໂລກ....
(ຂອບໃຈທີ່ອ່ານ)

10/25/11

ອາທິດນີ້ກໍຈະເວົ້າເລື່ອງ“ໝາກແດງ”ອີກເດີ້ ????

ຄັດຈາກບາງຕອນຂອງສານ...ທ່ານປະທານປະເທດ ສປປ ລາວ  
ໃນທຸກມື້ນີ້, ສປປ ລາວ ຍັງປະເຊີນໜ້າກັບສິ່ງທ້າທາຍຫລາຍປະການ ບົນເສັ້ນທາງແຫ່ງການຫລຸດ ຜ່ອນ ອັດຕາການຕາຍຂອງແມ່ ແລະ ເດັກນ້ອຍ ຊຶ່ງໜຶ່ງໃນ ສາເຫດນັ້ນແມ່ນມາຈາກ ພະຍາດໝາກແດງ ທີ່ມີ ຄວາມສ່ຽງສູງ ໂດຍສະເພາະ ແມ່ຍິງຖືພາ ທັງມີຜົນກະທົບ ໃຫ້ແກ່ເດັກນ້ອຍທີ່ເກີດມາ ມີສຸຂະພາບທີ່ບໍ່ສົມ ບູນ ເຊັ່ນ: ຫູໜວກ, ເປັນພະຍາດຫົວໃຈຝິ່ວ, ຜິດປົກກະຕິ ແລະ ເປັນພະຍາດຕາຂຸ່ນ, ພະຍາດປາກແວ່ງ ແລະ ອື່ນໆ.
ດັ່ງນັ້ນ, ເພື່ອແກ້ໄຂສະພາບທີ່ໜ້າເປັນຫ່ວງດັ່ງກ່າວ, ຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ສົມທົບກັບກະຊວງສາທາລະນະສຸກ ຈຶ່ງໄດ້ຕົກລົງຈັດ ຕັ້ງວັນສັກຢາ ກັນພະຍາດແຫ່ງຊາດ ໃນປີນີ້ ໂດຍວາງເປົ້າໝາຍ ເພື່ອກຳຈັດພະຍາດໝາກແດງ 2 ຊະນິດ ຄື: ໝາກແດງນ້ອຍ ແລະ ໝາກແດງໃຫຍ່ ຊຶ່ງຈະໄດ້ ດຳເນີນໃນຂອບເຂດທົ່ວປະເທດ ໃນລະຫວ່າງວັນທີ 1 ພະຈິກ ເຖິງ 6 ທັນວາ 2011 ໂດຍວາງເປົ້າໝາຍໃຫ້ບັນ ລຸໄດ້ 95% ຂອງກຸ່ມເປົ້າໝາຍແຕ່ອາຍຸ 9 ເດືອນ ຫາ 19 ປີ ແນໃສ່ລົບລ້າງພະຍາດໝາກແດງຢູ່ໃນ ສປປ ລາວ ໃນປີ 2012 ເພື່ອເຮັດໃຫ້ເປົ້າໝາຍດັ່ງກ່າວ ໄດ້ຮັບການປະຕິບັດດ້ວຍຈິດໃຈບຸກທະລຸໃນ 4 ດ້ານ ຕາມມະຕິ ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ,... ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ-ລັດ ຖະກອນ, ທະຫານ-ຕຳຫລວດ ທຸກທົ່ວໜ້າ ຈົ່ງໃຫ້ການຮ່ວມມື ແລະ ເຂົ້າຮ່ວມຂະບວນການດັ່ງກ່າວ.
ຢາກຮູ້ລາຍລະອຽດຢ່າລືມຕິດຕາມຟັງລາຍການ“ເປີດໃຈໄວໜຸ່ມ”
FM 103.5 Mkz ວັນອາທິດນີ້ ທີ່ຫລວງພະບາງ
ເຊິ່ງ ປານີ ວິໄລຈິດ ກັບ ພຸດທະກອນ ແລະ ທີມງານວິທະຍຸໄວໜຸ່ມ
ແຂວງຫລວງພະບາງຈະມາສະເໜີສູ່ທ່ານຟັງ.....
ແຕ່ຖ້າທ່ານຢູ່ແຂວງວຽງຈັນ ກໍຢ່າລືມຟັງລາຍການຂອງພວກເຮົາ ເຊິ່ງວັນເສົານີ້ ຈະເວົ້າເຖິງຫຍັງນໍ້.... ຈັກໜ້ອຍມີລາຍລະອຽດ
FM 100 Mkz ວັນເສົາ ເວລາ 9:30-10:30 ມ
ສຸລິສາ(ຄົນທາງໜ້າ) ພ້ອມທີມງານ ຫລານປູ່ອ່າງ ຈະນຳສະເໜີສູ່ທ່ານຟັງ
ທັງໝົດນີ້ແມ່ນທີມງານສາວນ້ອຍ ນັກຈັດລາຍການວິທະຍຸລາຍການ
“ເປີດໃຈໄວໜຸ່ມ” ແຂວງວຽງຈັນ ທ່ານຢາກຟັງສຽງໃຜອີກ....
ຖ້າເປັນນັກຈັດລາຍການຊາຍ....ເສົານີ້ຈະແມ່ນໃຜນັ້ນ ຟັງແລ້ວຫາກຈະຮູ້...໕໕໕໕
ຢ່າລືມໂທລະສັບລົມພວກເຂົາເດີ້....ເລກໂທຣ: xx-xxxxxx
....ຖ້າທ່ານໄດ້ຟັງ ຫາກຈະຮູ້ເອງດອກ...

 ທີ່ນະຄອນຫລວງວຽງຈັນ FM 103.7 Mkz ວັນເສົາ ເວລາ 8:30 ມ 
ເສົານີ້ເປັນໜ້າທີ່ຂອງ ແຕັບ(ພວງມາໄລ) ແລະ ອາເລັກສັນ ດຳເນີນລາຍການ
ແລະ ທ່ານສາມາດຟັງລາຍການ“ເປີດໃຈໄວໜຸ່ມ” ໄດ້ຕື່ມອີກທີ່ລະບົບ
AM 567 Khz ວັນອາທິດ ເວລາ 17:00 ມ
ອາທິດຕໍ່ໄປ ຢາກຟັງສຽງຂອງຜູ້ໃດ ບອກມາໂລດ
ທ່ານສາມາດຟັງລາຍການຂອງພວກເຮົາຜ່ານອິນເຕີເນັທໄດ້ກົດບ່ອນນີ້...ໄວໆ
ຂອບໃຈຫລາຍໆ

10/19/11

ມີໃຜສົນໃຈກິລາແດ່ນໍ້...

ທີ່ວິທະຍຸແຂວງຫລວງພະບາງ FM 103.5 Mkz ວັນອາທິດ ເວລາ ໑໑:໓໐ ມ
ແສງ​ທະວີ ລັດຕະນະ​ນົງ​ສີ ແລະ  ສົມແພງ ແສງມະນີ ຈະມາດຳເນີນລາຍການໃຫ້ທ່ານຟັງ
“ຄວາມຄືບໜ້າຂອງການກຽມພ້ອມເປັນເຈົ້າພາບແຂ່ງຂັນກິລາ....໒໐໑໑ ທີ່ຫລວງພະບາງ”
ພາບເກົ່າເລົ່າໃໝ່ ໜຸ່ມສາວຄູ່ນີ້ກຳລັງກ່າວຄຳຕ້ອນຮັບແຂກເຂົ້າຮ່ວໃປະຊຸມ ໒໐໑໐ 
 ໜຸ່ມນ້ອຍ ສຸລິວົງ ຫລື ອາຮົວ ໄດ້ມາຮຽນຕໍ່ທີ່ວຽງຈັນ
ເຊິ່ງທ່ານສາມາດຕິດຕາມຜົນງານຂອງເຂົາໄດ້ທີ່ລາຍການ
“ເປີດໃຈໄວໜຸ່ມ ທີ່ FM 103.7 Mkz ວັນເສົາ ເວລາ 8:30 ມ
ຫລືຟັງຜ່ານ ວິທະຍຸອິນເຕີເນັທໄດ້ ກົດຟັງທີ່ນີ້..ໄວໆ

10/12/11

ຈະໃຫ້ເວົ້າເລື່ອງໃດເບາະ ?

ລາຍການວິທະຍຸໄວໜຸ່ມ “ເປີດໃຈໄວໜຸ່ມ” ໃນອາທິດນີ້ທ່ານສາມາດຟັງໄດ້ທັງເລື່ອງຂອງບຸນອອກພັນສາປະວໍລະນາ ແລະ ໑໒ ຕຸລາ ວັນປະກາດເອກະລາດ...ສົນໃຈເລື່ອງໃດ ຫລືສົນໃຈນັກຈັດລາຍການຄົນໃດ ????
ທີ່ແຂວງ ຫລວງພະບາງ 
ສ່ວນໜຶ່ງຂອງທີມງານວິທະຍຸໄວໜຸ່ມແຂວງຫລວງພະບາງ
ໃນຈຳນວນນີ້ທ່ານຢາກຟັງສຽງຂອງຜູ້ໃດ ?
ຕິດຕາມຮັບຟັງສຽງຂອງພວກເຂົາໄດ້ທີ່
FM 103.5 Mkz ເວລາ 11:30 ໂມງ ກ່ອນຟັງລາຍການພາກຂ່າວ
ໜຸ່ມສາວຄູ່ນີ້ ຈະເປັນຜູ້ຈັດລາຍການສູ່ທ່ານຟັງໃນອາທິດນີ້ເດີ້
ທີ່ນະຄອນຫລວງວຽງຈັນ
 AM 567 Khz ວັນອາທິດ ເວລາ 17:00 ໂມງ
FM 103.7 Mkhz ເວລາ 8:30 ວັນເສົາ ສາມາດຟັງໄດ້ທັງລະບົບອິນເຕີເນັທ
ກົດຟັງໄດ້ທີ່ນີ້ ກົດຟັງໄດ້ເລີຍ
ເສົານີ້ ປະພັດສອນ ຫລື ນູ່ ແລະ ໂຊນີ ຈະເປັນຜູ້ຈັດລາຍການສູ່ທ່ານຟັງເດີ້
ໄວໜຸ່ມ ໄວສົດໃສ ຟັງແລ້ວໄດ້ສາລະ
ຢ່າລືມມີຄຳຄິດເຫັນ ແລະ ຕິດຕາມພວກເຮົາເດີ້
ຂອບໃຈຫລາຍໆ

9/29/11

ພວກເຮົາຈະເວົ້າວ່າ “ຄູຄືແມ່ພິມຂອງຊາດ” ຜິດບໍ່ ?

ແດ່...ຄູທີ່ເຄົາລົບ
ເນື່ອງໃນໂອກາດວັນຄູແຫ່ງຊາດ ໗ ຕຸລາ ໒໐໑໑
ທີມງານວີທະຍຸໄວໜຸ່ມ ສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນແດ່ຄູທຸກໆທ່ານ...

ຄູນີ້....ສອນໃຫ້ຮູ້ຄິດຄົ້ນ   ຝຶກຝົນເລື່ອງການຜລິດ
ສິດທຸກຄົນພຽນແພງ   ດັ່ງດຽວສມີດ້າມ
ຄຸນນະທໍາສອນຊີ້   ໃຫ້ເປັນ“ພົເມືອງດີ” ຂອງຊາ
ຄູສະຫລາດປາດເປື້ອງ  ເມືອງບ້ານຮຸ່ງຈະເລີນ...ຈິງແລ້ວ


ມື້ນີ້...ຮຽມຈຶ່ງຂໍປ່າວເອີ້ນ   ເຊີນເພື່ອນນັກຮຽນລາວ ທັງຫລາຍ
ມາຮ່ວກັນສັນລະເສີນຄຸນຄູ    ທີ່ເພິ່ນຄອຍສອນຊີ້
ໃຫ້ມີ ສຸຂີ, ພະລານາໄມມີພ້ອມ  ອາຍຸຍືນຍາວຍິ່ງ
ເປັນມິ່ງຂວັນ ເປັນແວ່ນໃສສ່ອງແຈ້ງ ໃຫ້ຫາຍຮ້ອນຢູ່ສະບາຍ ນັ້ນທ້ອນ

ແດ່ຄູ “ແມ່ພິມຂອງຊາດ” ຫົວຂໍ້ນີ້ ເປັນຫົວຂໍ້ທີ່ນັກຈັດລາຍການ
“ເປີດໃຈໄວໜຸ່ມ” ວິທະຍຸກະຈາຍສຽງແຫ່ງຊາດລາວ ຈະເວົ້າເຖິງໃນອາທິດນີ້
ອອກອາກາດທີ່: FM 103.7 Mkz - ວັນເສົາ ເວລາ 8:30 ມ
AM 567 Khz - ວັນອາທິດ ເວລາ 15:00 ມ

ທີ່ແຂວງ ຫລວງພະບາງ 
FM 103.5 Mkz ເວລາ 11:30 ໂມງ ກ່ອນຟັງລາຍການພາກຂ່າວ
ສາວນ້ອຍຊື່ ນິນທະນາ ຫລື ນ້ອງມິ້ມ ກັບນັກຈັດລາຍການໜຸ່ມນ້ອຍມາກປະສົບການ
ສຸລິວົງ ຫລື ອາຮົ໋ວ ຈະເປັນຜູ້ຈັດລາຍການສູ່ທ່ານຟັງ
ອາທິດນີ້ມີຫົວຂໍ້ວ່າ “ຄູຜູ້ໃຫ້ແສງສະຫວ່າແກ່ຊີວິດ” 


ນ. ນິນທະນາ ຫລື ນ້ອງມິ້ມ Ninthana(Mim) ນອກຈາກໃສ່ໃຈໃນ ການຮຽນແລ້ວ ຍັງສົນໃຈໃນການຈັດລາຍການວິທະຍຸ ແລະ ການ ເຄື່ອນໄຫວກິດຈະກຳຮັບໃຊ້ຊຸມຊົນນຳອີກ ເປັນອີກຄົນໜຶ່ງໃນບັນ ດານັກຈັດລາຍການ  “ເປີດໃຈໄວໜຸ່ມ” ນ້ອງໃໝ່ທີ່ ແຂວງ ຫລວງພະບາງ...ຊ່ວຍຟັງ ແລະ ຊ່ວຍສົ່ງກຳລັງໃຈໃຫ້ນ້ອງແດ່ເດີ້



ທີ່ແຂວງວຽງຈັນ
FM 100 Mkz ເວລາ 9:30 - 1:30 ທຸກວັນເສົາ.
ເສົານີ້ຈະເວົ້າກ່ຽວກັບ“ ອະນາຄົດສົດໃສຕ້ອງໃສ່ໃຈຮຽນ”
 ລັດດາວັນ(ປູ) ແລະ ແສງຈັນ(ຈັນ) ພ້ອມທີມງານ
ຈະມາໃຫ້ຄວາມມ່ວນຊື່ນກັບທ່ານ...ຢ່າລືມໂທລະສັບໄປສົນທະນາກັບ
ເຂົາເຈົ້າເດີ້...

ພວກເຮົາຈະມີລາຍການໂທລະພາບເປີດໃຈໄວໜຸ່ມທາງລາວສະຕາຣ໌

ລາຍການວິທະຍຸ ເປີດໃຈໄວໜຸ່ມ ໄດ້ກະຈາຍຜ່ານສະຖານີວິທະຍຸທ້ອງຖິ່ນ ແລະ ສູນກາງ ໑໓ ສະຖານີ ນອນໃນ ໑໒ ແຂວງ (ລວມທັງນະຄອນຫລວງວຽງຈັນ) ເຊິ່ງລາຍການນີ້ໄດ້ດຳເນີນມາຫລາຍປີແລ້ວ(ເລີ່ມແຕ່ປີ ໒໐໐໔) ແຕ່ໃນເວລາອັນໃກ້ໆນີ້ ທ່ານອາດໄດ້ຊົມລາຍການ “ເປີດໃຈໄວໜຸ່ມ” ທາງສະຖານີໂທລະພາບ ລາວສະຕາ [Lao star Global TV] ນຳອີກ.
ຕອນບ່າຍຂອງວັນທີ ໒໘ ກັນຍາ ໒໐໑໑ ທີມງານວິທະຍຸໄວໜຸ່ມ ເຊິ່ງປະກອບມີ ວິທະຍຸກະຈາຍສຽງແຫ່ງຊາດລາວ, ສູນວັດທະນະທຳເດັກສູນກາງ ແລະ ຜູ້ປະສານງານຈາກອົງການ Unicef ໄດ້ເຂົ້າພົບ ທ່ານ ທັດນະຄອນ ທຳມະວົງ ຮອງຜູ້ອຳນວຍການສະຖານີໂທລະພາບລາວສະຕາຣ໌ ແລະທີງານທີ່ກ່ຽວຂ້ອງ ເພື່ອປຶກສາຫາລືເຖິງຄວາມເປັນໄປໄດ້ໃນການຈັດລາການ“ເປີດໃຈໄວໜຸ່ມ” ຜ່ານໂທລະພາບລາວສະຕາຣ໌
 ເພື່ອເປັນການສ້າງຄວາມສາມາດໃຫ້ແກ່ໄວໜຸ່ມ ທາງ ໂທລະພາບລາວສະຕາຣ໌ ຍິນດີທີ່ຈະໃຫ້ໄວໜຸ່ມ ເຊິ່ງເປັນນັກຈັດລາຍການວິທະຍຸ “ເປີດໃຈໄວໜຸ່ມ” ທາງວິທະຍຸ FM 103.7 Mkz & AM 567 Khz ເຊິ່ງຂຶ້ນກັບ ວິທະຍຸກະຈາຍສຽງແຫ່ງຊາດລາວເຂົ້າຈັດລາຍການໂທລະພາບ ໃນລາຍການ “ເປີດໃຈໄວໜຸ່ມ”
ໃນເບື້ອງຕົ້ນ ທາງ Unicef ຈະສະໜັບສະໜູນການຈັດການອົບຮົມກ່ຽວກັບການຜລິດລາຍການໂທລະພາບໃຫ້ ໂດຍອາໄສວິທະຍາກອນຈາກໂທລະພາບ ລາວສະຕາຣ໌ ເຊິ່ງຈະເຝິກອົບຮົມເລີ່ມໃນມື້ ວັນສຸກ ໓໐ ກັນຍາ ໒໐໑໑ ປະມານ ໒ ມື້  ຫລັງຈາກນັ້ນ ກໍຈະໃຫ້ໄວໜຸ່ມດັ່ງກ່າວເຂົ້າຮ່ວມຜລິດລາຍການ “ເປີດໃຈໄວໜຸ່ມ” ໂດຍມີທີມງານ “ເຍົາວະຊົນຄົນເກັ່ງ”ເປັນຜູ້ຕິດຕາມຊ່ວຍເຫລືອ...
ຢ່າລືມຕິດຕາມຂ່າວການເຄື່ອນໄຫວຂອງພວກເຂົາເດີ້
ຂອບໃຈຫລາຍໆ

9/20/11

ໜຸ່ມສາວ ເຂົາຈະເວົ້າເລື່ອງນີ້....


ໜຸ່ມ-ສາວເຫລົ່ານີ້ ເຂົາມີຄວາມສາມາດໃນການເວົ້າແທ້ບໍ່
.......ຢ່າລືມຕິດຕາມຟັງພວກເຂົາເດີ້....

 ....ນ້ອງໃໝ່ New....
 
ສັນທະນາ ແລະ ທີມງານ ຈະຮ່ວມກັນຈັດລາຍການວິທະຍຸທີ່ ແຂວງຫົວພັນ
ແລະ ສາມາດຮັບຟັງໄດ້ຕື່ມອີກຈາກລະບົບໂທລະໂຄ່ງຂອງເມືອງຊຳເໜືອ
ອາທິດນີ້ເຂົາຈະຈັດລາຍການໃນຫົວຂໍ້ “ ອັນຕະລາຍຂອງລະເບີດຕົກຄ້າງ...”
ຊ້ອມບົດຈົນຕາລາຍກ່ອນຈັດລາຍການໄດ້
ເຊື່ອບໍ່ວ່າ ເດັກເຫລົ່ານີ້ ອາດມີຄົນໃດຄົນໜຶ່ງໄດ້ເປັນນັກຈັດລາຍການວິທະຍຸ
ຖ້າທ່ານຢູ່ຊຳເໜືອ...ຢ່າລືມຕິດຕາມຜົນງານຂອງພວກເຂົາເດີ້
 Lao National Radio

ລາຍການ“ເປີດໃຈໄວໜຸ່ມ” ວິທະຍຸກະຈາຍສຽງແຫ່ງຊາດລາວ
ອອກອາກາດທີ່: FM 103.7 Mkz - ວັນເສົາ ເວລາ 8:30 ມ
AM 567 Khz - ວັນອາທິດ ເວລາ 15:00 ມ
ອາເລັກສັນ ຫລໍ່ແນວນີ້....(ໃຜກໍຢາກເປັນ...໕໕໕)
ມົນພະພອນ ຄອງປະສິດ(ຂໍທຽບແດ່ U16)
ອາທິດນີ້ແມ່ນໜ້າທີ່ຂອງ ອາເລັກສັນ ກັບ ມົນພະພອນ ຄອງປະສິດ ມາຈັດລາຍການ
ໃນຫົວເລື່ອງບັນຫາ “ໄວໜຸ່ມກັບບັນຫາອຸບັດຕິເຫດ”
ໂທຣ: .........ຖ້າຟັງຍາມຈັດລາຍການຈິງ  ໕໕໕໕໕
ຟັງວິທະຍຸອິນເຕີເນັທໄດ້ທີ່ນີ້: ກົດເລີຍ
....Luangprabang Radio....

ອາທິດນີ້ ວິທະຍຸກະຈາຍສຽງແຂວງຫລວງພະບາງ FM 103.5 Mkz ເວລາ 11:30 am ວັນອາທິດ ນ.ແສງທະວີ(Kitty) ແລະ ທ. ພຸດທະກອນ(Be)ຈະເປັນຜູ້ດຳເນີນລາຍການສູ່ທ່ານຟັງ
ອາທິດນີ້ຫົວເລື່ອງ “ ການແຕ່ງດອງຂອງໜຸ່ມສາວຕອນເຍົາໄວ ”
ຂໍມ່າມໃຫ້ທ້ອງເບັງກ່ອນ ຈັກໜ່ອຍບໍ່ມີແຮງ
ພວກເຮົາຈະຈັດລາຍການຮ່ວມກັນອາທິດນີ້ (ໃຜງາມກ່ວາກັນນີ້ນາ...໕໕໕)
ໂທຣ: .........ຖ້າຟັງຍາມຈັດລາຍການຈິງ
FM 100 Mkz - Vientiane province

ອາທິດນີ້ ທີ່ວິທະຍຸກະຈາຍສຽງແຂວງວຽງຈັນ FM 100 Mkz
ເວລາ 09:30 am ວັນເສົານກໍມີລາຍການເປີດໃຈໄວໜຸ່ມຄືກັນ
ອາທິດນີ້ ສຸວະນັນ ແລະ ແສງຈັນ ຈະມາເວົ້າກ່ຽວກັບ “ ໄວໜຸ່ມກັບສິ່ງເສບຕິດ”
ໜຶ່ງຊົ່ວໂມງ ທ່ານສາມາດ ອາໂຫຼ ກັບພວກເຂົາໄດ້ເດີ້ ໂທລະສັບເບີ ....(ຖ້າຟັງເອົາ ໕໕໕)
...ຢ່າລືມຕິດຕາມຟັງ ແລະ ໃຫ້ກຳລັງໃຈແກ່ພວກເຂົາເດີ້...
....ເສື້ອຜືນນີ້ຄິດວ່າສວມໃສ່ພໍດີບໍ່.... 
ຂອບໃຈສຳລັບທ່ານທີ່ຕິດຕາມພວກເຮົາ
ແລະ ຢ່າລືມໂທຫາພວກເຮົາໃນເວລາຈັດລາຍການເດີ້
(ຂອບໃຈຫລາຍໆ)