ຢາກຮູ້ອັນໃດຊອກເບິ່ງເດີ້

9/29/11

ພວກເຮົາຈະເວົ້າວ່າ “ຄູຄືແມ່ພິມຂອງຊາດ” ຜິດບໍ່ ?

ແດ່...ຄູທີ່ເຄົາລົບ
ເນື່ອງໃນໂອກາດວັນຄູແຫ່ງຊາດ ໗ ຕຸລາ ໒໐໑໑
ທີມງານວີທະຍຸໄວໜຸ່ມ ສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນແດ່ຄູທຸກໆທ່ານ...

ຄູນີ້....ສອນໃຫ້ຮູ້ຄິດຄົ້ນ   ຝຶກຝົນເລື່ອງການຜລິດ
ສິດທຸກຄົນພຽນແພງ   ດັ່ງດຽວສມີດ້າມ
ຄຸນນະທໍາສອນຊີ້   ໃຫ້ເປັນ“ພົເມືອງດີ” ຂອງຊາ
ຄູສະຫລາດປາດເປື້ອງ  ເມືອງບ້ານຮຸ່ງຈະເລີນ...ຈິງແລ້ວ


ມື້ນີ້...ຮຽມຈຶ່ງຂໍປ່າວເອີ້ນ   ເຊີນເພື່ອນນັກຮຽນລາວ ທັງຫລາຍ
ມາຮ່ວກັນສັນລະເສີນຄຸນຄູ    ທີ່ເພິ່ນຄອຍສອນຊີ້
ໃຫ້ມີ ສຸຂີ, ພະລານາໄມມີພ້ອມ  ອາຍຸຍືນຍາວຍິ່ງ
ເປັນມິ່ງຂວັນ ເປັນແວ່ນໃສສ່ອງແຈ້ງ ໃຫ້ຫາຍຮ້ອນຢູ່ສະບາຍ ນັ້ນທ້ອນ

ແດ່ຄູ “ແມ່ພິມຂອງຊາດ” ຫົວຂໍ້ນີ້ ເປັນຫົວຂໍ້ທີ່ນັກຈັດລາຍການ
“ເປີດໃຈໄວໜຸ່ມ” ວິທະຍຸກະຈາຍສຽງແຫ່ງຊາດລາວ ຈະເວົ້າເຖິງໃນອາທິດນີ້
ອອກອາກາດທີ່: FM 103.7 Mkz - ວັນເສົາ ເວລາ 8:30 ມ
AM 567 Khz - ວັນອາທິດ ເວລາ 15:00 ມ

ທີ່ແຂວງ ຫລວງພະບາງ 
FM 103.5 Mkz ເວລາ 11:30 ໂມງ ກ່ອນຟັງລາຍການພາກຂ່າວ
ສາວນ້ອຍຊື່ ນິນທະນາ ຫລື ນ້ອງມິ້ມ ກັບນັກຈັດລາຍການໜຸ່ມນ້ອຍມາກປະສົບການ
ສຸລິວົງ ຫລື ອາຮົ໋ວ ຈະເປັນຜູ້ຈັດລາຍການສູ່ທ່ານຟັງ
ອາທິດນີ້ມີຫົວຂໍ້ວ່າ “ຄູຜູ້ໃຫ້ແສງສະຫວ່າແກ່ຊີວິດ” 


ນ. ນິນທະນາ ຫລື ນ້ອງມິ້ມ Ninthana(Mim) ນອກຈາກໃສ່ໃຈໃນ ການຮຽນແລ້ວ ຍັງສົນໃຈໃນການຈັດລາຍການວິທະຍຸ ແລະ ການ ເຄື່ອນໄຫວກິດຈະກຳຮັບໃຊ້ຊຸມຊົນນຳອີກ ເປັນອີກຄົນໜຶ່ງໃນບັນ ດານັກຈັດລາຍການ  “ເປີດໃຈໄວໜຸ່ມ” ນ້ອງໃໝ່ທີ່ ແຂວງ ຫລວງພະບາງ...ຊ່ວຍຟັງ ແລະ ຊ່ວຍສົ່ງກຳລັງໃຈໃຫ້ນ້ອງແດ່ເດີ້



ທີ່ແຂວງວຽງຈັນ
FM 100 Mkz ເວລາ 9:30 - 1:30 ທຸກວັນເສົາ.
ເສົານີ້ຈະເວົ້າກ່ຽວກັບ“ ອະນາຄົດສົດໃສຕ້ອງໃສ່ໃຈຮຽນ”
 ລັດດາວັນ(ປູ) ແລະ ແສງຈັນ(ຈັນ) ພ້ອມທີມງານ
ຈະມາໃຫ້ຄວາມມ່ວນຊື່ນກັບທ່ານ...ຢ່າລືມໂທລະສັບໄປສົນທະນາກັບ
ເຂົາເຈົ້າເດີ້...

ພວກເຮົາຈະມີລາຍການໂທລະພາບເປີດໃຈໄວໜຸ່ມທາງລາວສະຕາຣ໌

ລາຍການວິທະຍຸ ເປີດໃຈໄວໜຸ່ມ ໄດ້ກະຈາຍຜ່ານສະຖານີວິທະຍຸທ້ອງຖິ່ນ ແລະ ສູນກາງ ໑໓ ສະຖານີ ນອນໃນ ໑໒ ແຂວງ (ລວມທັງນະຄອນຫລວງວຽງຈັນ) ເຊິ່ງລາຍການນີ້ໄດ້ດຳເນີນມາຫລາຍປີແລ້ວ(ເລີ່ມແຕ່ປີ ໒໐໐໔) ແຕ່ໃນເວລາອັນໃກ້ໆນີ້ ທ່ານອາດໄດ້ຊົມລາຍການ “ເປີດໃຈໄວໜຸ່ມ” ທາງສະຖານີໂທລະພາບ ລາວສະຕາ [Lao star Global TV] ນຳອີກ.
ຕອນບ່າຍຂອງວັນທີ ໒໘ ກັນຍາ ໒໐໑໑ ທີມງານວິທະຍຸໄວໜຸ່ມ ເຊິ່ງປະກອບມີ ວິທະຍຸກະຈາຍສຽງແຫ່ງຊາດລາວ, ສູນວັດທະນະທຳເດັກສູນກາງ ແລະ ຜູ້ປະສານງານຈາກອົງການ Unicef ໄດ້ເຂົ້າພົບ ທ່ານ ທັດນະຄອນ ທຳມະວົງ ຮອງຜູ້ອຳນວຍການສະຖານີໂທລະພາບລາວສະຕາຣ໌ ແລະທີງານທີ່ກ່ຽວຂ້ອງ ເພື່ອປຶກສາຫາລືເຖິງຄວາມເປັນໄປໄດ້ໃນການຈັດລາການ“ເປີດໃຈໄວໜຸ່ມ” ຜ່ານໂທລະພາບລາວສະຕາຣ໌
 ເພື່ອເປັນການສ້າງຄວາມສາມາດໃຫ້ແກ່ໄວໜຸ່ມ ທາງ ໂທລະພາບລາວສະຕາຣ໌ ຍິນດີທີ່ຈະໃຫ້ໄວໜຸ່ມ ເຊິ່ງເປັນນັກຈັດລາຍການວິທະຍຸ “ເປີດໃຈໄວໜຸ່ມ” ທາງວິທະຍຸ FM 103.7 Mkz & AM 567 Khz ເຊິ່ງຂຶ້ນກັບ ວິທະຍຸກະຈາຍສຽງແຫ່ງຊາດລາວເຂົ້າຈັດລາຍການໂທລະພາບ ໃນລາຍການ “ເປີດໃຈໄວໜຸ່ມ”
ໃນເບື້ອງຕົ້ນ ທາງ Unicef ຈະສະໜັບສະໜູນການຈັດການອົບຮົມກ່ຽວກັບການຜລິດລາຍການໂທລະພາບໃຫ້ ໂດຍອາໄສວິທະຍາກອນຈາກໂທລະພາບ ລາວສະຕາຣ໌ ເຊິ່ງຈະເຝິກອົບຮົມເລີ່ມໃນມື້ ວັນສຸກ ໓໐ ກັນຍາ ໒໐໑໑ ປະມານ ໒ ມື້  ຫລັງຈາກນັ້ນ ກໍຈະໃຫ້ໄວໜຸ່ມດັ່ງກ່າວເຂົ້າຮ່ວມຜລິດລາຍການ “ເປີດໃຈໄວໜຸ່ມ” ໂດຍມີທີມງານ “ເຍົາວະຊົນຄົນເກັ່ງ”ເປັນຜູ້ຕິດຕາມຊ່ວຍເຫລືອ...
ຢ່າລືມຕິດຕາມຂ່າວການເຄື່ອນໄຫວຂອງພວກເຂົາເດີ້
ຂອບໃຈຫລາຍໆ

9/20/11

ໜຸ່ມສາວ ເຂົາຈະເວົ້າເລື່ອງນີ້....


ໜຸ່ມ-ສາວເຫລົ່ານີ້ ເຂົາມີຄວາມສາມາດໃນການເວົ້າແທ້ບໍ່
.......ຢ່າລືມຕິດຕາມຟັງພວກເຂົາເດີ້....

 ....ນ້ອງໃໝ່ New....
 
ສັນທະນາ ແລະ ທີມງານ ຈະຮ່ວມກັນຈັດລາຍການວິທະຍຸທີ່ ແຂວງຫົວພັນ
ແລະ ສາມາດຮັບຟັງໄດ້ຕື່ມອີກຈາກລະບົບໂທລະໂຄ່ງຂອງເມືອງຊຳເໜືອ
ອາທິດນີ້ເຂົາຈະຈັດລາຍການໃນຫົວຂໍ້ “ ອັນຕະລາຍຂອງລະເບີດຕົກຄ້າງ...”
ຊ້ອມບົດຈົນຕາລາຍກ່ອນຈັດລາຍການໄດ້
ເຊື່ອບໍ່ວ່າ ເດັກເຫລົ່ານີ້ ອາດມີຄົນໃດຄົນໜຶ່ງໄດ້ເປັນນັກຈັດລາຍການວິທະຍຸ
ຖ້າທ່ານຢູ່ຊຳເໜືອ...ຢ່າລືມຕິດຕາມຜົນງານຂອງພວກເຂົາເດີ້
 Lao National Radio

ລາຍການ“ເປີດໃຈໄວໜຸ່ມ” ວິທະຍຸກະຈາຍສຽງແຫ່ງຊາດລາວ
ອອກອາກາດທີ່: FM 103.7 Mkz - ວັນເສົາ ເວລາ 8:30 ມ
AM 567 Khz - ວັນອາທິດ ເວລາ 15:00 ມ
ອາເລັກສັນ ຫລໍ່ແນວນີ້....(ໃຜກໍຢາກເປັນ...໕໕໕)
ມົນພະພອນ ຄອງປະສິດ(ຂໍທຽບແດ່ U16)
ອາທິດນີ້ແມ່ນໜ້າທີ່ຂອງ ອາເລັກສັນ ກັບ ມົນພະພອນ ຄອງປະສິດ ມາຈັດລາຍການ
ໃນຫົວເລື່ອງບັນຫາ “ໄວໜຸ່ມກັບບັນຫາອຸບັດຕິເຫດ”
ໂທຣ: .........ຖ້າຟັງຍາມຈັດລາຍການຈິງ  ໕໕໕໕໕
ຟັງວິທະຍຸອິນເຕີເນັທໄດ້ທີ່ນີ້: ກົດເລີຍ
....Luangprabang Radio....

ອາທິດນີ້ ວິທະຍຸກະຈາຍສຽງແຂວງຫລວງພະບາງ FM 103.5 Mkz ເວລາ 11:30 am ວັນອາທິດ ນ.ແສງທະວີ(Kitty) ແລະ ທ. ພຸດທະກອນ(Be)ຈະເປັນຜູ້ດຳເນີນລາຍການສູ່ທ່ານຟັງ
ອາທິດນີ້ຫົວເລື່ອງ “ ການແຕ່ງດອງຂອງໜຸ່ມສາວຕອນເຍົາໄວ ”
ຂໍມ່າມໃຫ້ທ້ອງເບັງກ່ອນ ຈັກໜ່ອຍບໍ່ມີແຮງ
ພວກເຮົາຈະຈັດລາຍການຮ່ວມກັນອາທິດນີ້ (ໃຜງາມກ່ວາກັນນີ້ນາ...໕໕໕)
ໂທຣ: .........ຖ້າຟັງຍາມຈັດລາຍການຈິງ
FM 100 Mkz - Vientiane province

ອາທິດນີ້ ທີ່ວິທະຍຸກະຈາຍສຽງແຂວງວຽງຈັນ FM 100 Mkz
ເວລາ 09:30 am ວັນເສົານກໍມີລາຍການເປີດໃຈໄວໜຸ່ມຄືກັນ
ອາທິດນີ້ ສຸວະນັນ ແລະ ແສງຈັນ ຈະມາເວົ້າກ່ຽວກັບ “ ໄວໜຸ່ມກັບສິ່ງເສບຕິດ”
ໜຶ່ງຊົ່ວໂມງ ທ່ານສາມາດ ອາໂຫຼ ກັບພວກເຂົາໄດ້ເດີ້ ໂທລະສັບເບີ ....(ຖ້າຟັງເອົາ ໕໕໕)
...ຢ່າລືມຕິດຕາມຟັງ ແລະ ໃຫ້ກຳລັງໃຈແກ່ພວກເຂົາເດີ້...
....ເສື້ອຜືນນີ້ຄິດວ່າສວມໃສ່ພໍດີບໍ່.... 
ຂອບໃຈສຳລັບທ່ານທີ່ຕິດຕາມພວກເຮົາ
ແລະ ຢ່າລືມໂທຫາພວກເຮົາໃນເວລາຈັດລາຍການເດີ້
(ຂອບໃຈຫລາຍໆ)

9/15/11

ທີ່ນີ້...ລາຍການເປີດໃຈໄວໜຸ່ມ

....ຖ້າທ່ານຄິດວ່າຕົນເອງຍັງໜຸ່ມ...
....ແລະ ຢາກເປັນສ່ວນໜຶ່ງກັບພວກເຂົາ “ໄວຫວານ”....
....ຢ່າລືມຟັງສຽງຂອງພວກເຂົາໄດ້....
 
ທີ່ວຽງຈັນ ຄື້ນ FM 103.7 Mkz -ວັນເສົາ ເວລາ 8:30 ມ
AM 567 Khz ວັນອາທິດ ເວລາ 17:00 ມ
ຫລືຈະຟັງວິທະຍຸຜ່ານລະບົບອິນເຕີເນັທ ກົດເລີຍ
ທີ່ຫລວງພະບາງ
ອາທິດນີ້ ທີ່ວິທະຍຸແຂວງຫລວງພະບາງ FM 103.5 Mkz ເວລາ 11:30 am ວັນອາທິດ
ນ.ອຳມາລາ(ນົກ) ແລະ ທ. ສົມແພງຈະເປັນຜູ້ດຳເນີນລາຍການສູ່ທ່ານຟັງ
ໃນຫົວເລື່ອງ “ໄວໜຸ່ມຍຸກໃໝ່ໃສ່ໃຈການນຸ່ງຖື”
...ໃຜຢູ່ທາງເມືອງຫລວງຢ່າລືມຟັງພວກເຂົາເດີ້.....
ທີ່ແຂວງວຽງຈັນ
 ....ພາກັນໄປທາງໃດນໍ້ນີ້ນາ...
 
 ...ພວກເຂົາກຳລັງເລືອກສຽງສຳພາດ ແລະ ຂຽນບົດລາຍການ....
ຖ້າຟັງສຽງ ແລະ ສົນທະນາທາງໂທລະສັບກັບພວກເຂົາເດີ້
ທີ່ແຂວງວຽງຈັນນ ຄື້ນ FM 100 Mhz ເວລາ 09:30-10:30   am ວັນເສົາ
  ຫລານປູ່ອ່າງ ຈະມາພົບກັບທ່ານໃນ“ລາຍການເປີດໃຈໄວໜຸ່ມ” 

9/8/11

ມື້ນີ້.....ມີເລື່ອງໃດມາເວົ້າສູ່ຟັງນໍ້

 ພວກເຂົາມັກສົນທະນາ ອອກຄວາມຄິດເຫັນແນວນີ້ລະກ່ອນຕົກລົງຫົວເລື່ອງໄດ້
 ຈາກນັ້ນພວກເຂົາກໍຈົດໆໆໆໆໆ ກ່ອນຂຽນບົດລາຍການ
ອາທິດນີ້ ທີ່ວິທະຍຸແຂວງຫລວງພະບາງ FM 103.5 Mkz ເວລາ 11:30 am ວັນອາທິດ
ນ.ແສງມະນີ ແລະ ທ. ສຸລິວົງ ຈະເປັນຜູ້ດຳເນີນລາຍການສູ່ທ່ານຟັງ
ໃນຫົວເລື່ອງ “ກຽມພ້ອມເປັນເຈົ້າພາບທີ່ດີ ໄດ້ແນວໃດ ?”(ງານກິລາທ້າຍປີ 2011)
ໃຜຢູ່ທາງເມືອງຫລວງຢ່າລືມຟັງພວກເຂົາເດີ້.....
ທີ່ແຂວງວຽງຈັນ

ທີ່ແຂວງວຽງຈັນນ ຄື້ນ FM 100 Mhz ເວລາ 09:30-10:30   am ວັນເສົາ
ເສົານີ້ ນ້ອງ ແສງຈັນ ແລະ ວັນມະນີ ສູນສະຫວັດ ຫລານປູ່ອ່າງ   ພ້ອມທີມງານ ຈະມາພົບກັບທ່ານໃນ“ລາຍການເປີດໃຈໄວໜຸ່ມ” ອາທິດນີ້ພວກເຂົາຈະເວົ້າເຖິງບັນຫາ:   ໂລກເອດສ໌”
ເຊິ່ງໂລກເອດສ໌ນີ້ແມ່ນແຜ່ລາມໃນກຸ່ມໄວໜຸ່ມເປັນສ່ວນຫລາຍ ສົນໃຈຢາກຮູ້ຕິດຕາມຟັງພວກເຂົາເດີ້...
 ຢ່າລືມ ມີສ່ວນຮ່ວມ ສົນທະນາທາງໂທລະສັບກັບພວກເຂົາ... ບາງທີອາດມີຣາງວັນເລັກໆນ້ອຍໆໃຫ້ທ່ານນຳກໍເປັນໄປໄດ້.