ຢາກຮູ້ອັນໃດຊອກເບິ່ງເດີ້

4/24/12

ສາເຫດການກຳເນີດຂອງວັນກຳມະກອນສາກົນ

ກ່ອນຫນ້ານີ້ 100 ກ່ວາປີ ຄືໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ເສດຖະກິດ ສັງຄົມ ຂອງ ໂລກໄດ້ມີການຂະຫຍາຍຕົວຢ່າງໄວວາ, ໂດຍສະເພາະຢູ່ທະວີບເອີຣົບ ແລະ ອາເມລິກາ. ບັນດາປະເທດນາຍທຶນໄດ້ນຳປະເທດກ້າວເຂົ້າສູ່ການຜະລິດແບບອຸດສາຫະກຳ,ສ້າງໂຮງຈັກໂຮງງານ ຂຶ້ນຫລາຍໆແຫ່ງແທນກະສິກຳທີ່ໃຊ້ແຮງງານຄົນ,ສ່ວນຄົນໄດ້ກາຍເປັນແຮງງານຮັບຈ້າງທີ່ຄວບຄຸມ ພາຫະນະການຜະລິດຢູ່ຕາມໂຮງຈັກໂຮງງານຕ່າງໆທີ່ພວກເຮົາເອີ້ນວ່າ: ກຳມະກອນ. ໃນຂະບວນວິວັດແຫ່ງການພັດທະນາເສດຖະກິດທຶນນິຍົມພາຫະນະການຜະລິດທີ່ດິນໄດ້ຖືກຢຶດຈ່ອງ ເປັນກຳມະສິດຂອງພວກນາຍທຶນ, ສ່ວນຊົນຊັ້ນກຳມະກອນໄດ້ແຕ່ຂາຍແຮງງານຂອງຕົນໃຫ້ແກ່ ນາຍທຶນດ້ວຍລາຄາຖືກເພື່ອມີຊີວິດຢູ່ລອດ.ໂດຍພາຍໃຕ້ການປົກຄອງຂອງພວກນາຍທຶນຊົນຊັ້ນກຳມະ ກອນຖືກກົດຂີ່ຂູດຮີດນັບມື້ນັບຫນັກຫນ່ວງ, ກຳມະກອນໄດ້ຖືກບັງຄັບເຮັດວຽກມື້ຫນຶ່ງແຕ່ 14 -15 ຊົ່ວໂມງ ໃນເງື່ອນໄຂການອອກແຮງງານ ສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ຍ້ອນລະບົບປ້ອງກັນໄພຂອງເຄື່ອງຈັກຍັງບໍ່ທັນມີບວກກັບ ພວກນາຍທຶນພັດເພີ່ມທະວີບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍມີການພັກຜ່ອນ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງນັບມື້ຮຸນແຮງຂຶ້ນ. ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງ ງານຈຳເປັນຈຶ່ງໄດ້ຈັດຕັ້ງເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບພວກນາຍທຶນທວງໃຫ້ເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະບວນຕໍ່ສູ້ດັ່ງກ່າວເກີດຂຶ້ນກ່ອນຫມູ່ແມ່ນຢູ່ປະເທດອັງກິດ ໃນຫວ່າງປີ 1864 ຈາກນັ້ນມາໃນເດືອນ 11/1884 ຊົນຊັ້ນກຳມະກອນຢູ່ເມືອງຊີກາໂກ ສະຫະລັດອາເມລິກາກໍ່ລຸກຮື້ຂຶ້ນຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ ວັນທີ 1/5/1886 ເປັນເທື່ອທຳອິດ ຢູ່ປະເທດອາເມລິກາ ຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານໃນທົ່ວປະເທດ ໄດ້ມີການສົມທົບກັນລຸກຂຶ້ນນັດຢຸດງານເຖິງ 5.000 ແຫ່ງ ແລະ ມີຜູ້ເຂົ້າຮ່ວມເຖິງ 340.000 ຄົນ ເພື່ອຕໍ່ສູ້ ແລະ ບັງຄັບໃຫ້ພວກນາຍທຶນ ຮັບຮອງ ເອົາສິດທິເຮັດວຽກຂອງກຳມະກອນມື້ຫນຶ່ງ 8 ຊົ່ວໂມງ, ພັກຜ່ອນ 8 ຊົ່ວໂມງ ແລະ ຮຳ່ຮຽນ 8 ຊົ່ວໂມງ.ຂະບວນການຕໍ່ສູ້ດັ່ງກ່າວໄດ້ຖືກປາບປາມຢ່າງຫນັກຫນ່ວງ,ແຕ່ກໍ່ໄດ້ສົ່ງຜົນສະທ້ອນອັນໃຫຍ່ ຫລວງ ແລະ ແຂງແຮງ ແລະ ເປັນກຳລັງໃຈໃຫ້ແກ່ຂະບວນຕໍ່ສູ້ຂອງຊົນຊັ້ນກຳມະກອນໃນໂລກ ທັງເປັນບາດ ກ້າວຂະຍາຍຕົວຂອງໄຊຊະນະ ແລະ ມີຄວາມຫມາຍອັນໃຫຍ່ຫລວງຂອງຊົນຊັ້ນ ກຳມະກອນໃນຂະບວນຕໍ່ສູ້ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ. ຕໍ່ຫນ້າສະພາບການນັ້ນ, ມາຮອດວັນທີ 14/5/1889 ກອງປະຊຸມພັກກອມມູນິດຄັ້ງທີ II ໄດ້ໄຂຂຶ້ນຢູ່ປາຣີ (ປະເທດຝຣັ່ງ) ກອງປະຊຸມຄັ້ງນັ້ນໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາ ມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນມື້ຫນຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດວັນທີ 1/5 ຂອງທຸກໆປີ ແລະ ເປັນວັນລະລຶກການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ.
- ນັບຕັ້ງແຕ່ນັ້ນເປັນຕົ້ນມາວັນທີ 1/5 ຂອງທຸກໆປີຈຶ່ງໄດ້ກາຍເປັນມູນເຊື້ອສາມັກຄີຕໍ່ສູ້ຂອງຊົນຊັ້ນກຳ ມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງ ງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານເຕົ້າໂຮມຄວາມສາມັກຄີ, ສະແດງກຳລັງ ແລະ ສະເຫນີຄຳຮຽກຮ້ອງທາງດ້ານເສດຖະກິດ, ການເມືອງ, ເພື່ອປົກປ້ອງສິດທິ ຜົນປະໂຫຍດຂອງຕົນ ແລະ ເພື່ອປົກປັກສັນຕິພາບຂອງໂລກ.

- ຊົນຊັ້ນກຳມະກອນລາວແມ່ນພາກສ່ວນຫນຶ່ງຂອງກຳມະກອນໂລກ, ເຊິ່ງໄດ້ເກີດໃຫມ່ໃຫຍ່ລຸນພາຍຫລັງພວກລ່າເມືອງຂຶ້ນຝຣັ່ງຢຶດຄອງປະເທດເຮົາແຕ່ປີ 1893 ເປັນຕົ້ນມາ, ຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານລາວໄດ້ຖືກກົດຂີ່ຂູດຮີດຢ່າງຫນັກຫນ່ວງ ແລະ ຖືກທຸບຕີທໍລະມານຢ່າງແສນສາຫັດຈາກນາຍທຶນຝຣັ່ງ, ຕໍ່ຫນ້າສະພາບນັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວໄດ້ພ້ອມພາກັນລຸກຮື້ຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານເຊັ່ນຂະບວນຕໍ່ສູ້ຂອງກຳ ມະກອນທ່າເຮືອວຽງຈັນທວງໃຫ້ເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກ, ການຕໍ່ສູ້ຂອງ ກຳມະກອນສ້າງທາງເລກທີ 13 ເລກທີ 8.
- ຈາກນັ້ນ ມາຂະບວນການຕໍ່ສູ້ຂອງກຳມະກອນກໍ່ເກີດຂຶ້ນໃນຫລາຍທ້ອງຖິ່ນຢ່າງກ້ວາງຂວາງຟົດຟື້ນ ແລະ ມີລັກສະນະເປັນເອກະພາບຕິດພັນກັບພາລະກິດຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ແລະ ສັກດີນາ ປະຕິການຂາຍຊາດຕະຫລອດມາ. ພາຍໃຕ້ການຊີ້ນຳ ນຳພາຂອງພັກຂະບວນການລຸກຮື້ຂຶ້ນ ຢຶດອຳນາດຢູ່ນະຄອນຫລວງວຽງຈັນ ໃນເດືອນ 8 ປີ 1945 ກໍ່ໄດ້ເລີ່ມມີການຕໍ່ສູ້ຂອງມະກອນ ໂຮງງານຕໍ່າຜ້າກາຟາ 500 ຄົນ ຕ້ານການຕັດເງິນເດືອນ ແລະ ປາບປາມຂອງຍີ່ປຸ່ນ, ພັກໄດ້ປຸກລະ ດົມຊາວເມືອງວຽງຈັນເຂົ້າຊ່ວຍຫນູນກຳມະກອນການຕໍ່ສູ້ຈຶ່ງໄດ້ຮັບໄຊຊະນະ.
- ຈາກນັ້ນໂດຍເຫັນແຈ້ງນະໂຍບາຍຂອງພັກ, ຊົນຊັ້ນກຳມະກອນໄດ້ເປັນກຳລັງແຮງປຸກລະດົມ ມວນຊົນລຸກຮື້ຂຶ້ນຢຶດອຳນາດການຮ່ວມມືກັບປະຊາຊົນບັນດາເຜົ່າ ແລະ ປະກາດຊາດລາວ ເປັນເອກະລາດໃນວັນທີ 12 ຕຸລາ 1945.ພາຍໃຕ້ການນຳພາຂອງພັກຂະບວນການຕໍ່ສູ້ຂອງກຳມະ ກອນບໍ່ພຽງແຕ່ທວງເອົາສິດຜົນປະໂຫຍດທາງດ້ານເສດຖະກິດເທົ່ານັ້ນ , ແຕ່ຍັງທວງເອົາສິດເສ ລີພາບປະຊາທິປະໄຕ, ທວງເອົາຄວາມເປັນເອກະລາດແຫ່ງຊາດ, ປົດປ່ອຍປະຊາຊົນອອກຈາກການ ກົດຂີ່ຂູດຮີດນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນອີກດ້ວຍ. ໃນໄລຍະແຫ່ງການຕໍ່ສູ້ກັບພວກ ລ່າເມືອງຂຶ້ນແບບໃຫມ່ ເພື່ອເພີ່ມທະວີບົດບາດການນຳພາຂອງພັກຕໍ່ຊົນຊັ້ນກຳມະກອນ.
- ສູນກາງພັກກໍ່ໄດ້ສ້າງຕັ້ງອົງການຈັດຕັ້ງກຳມະບານລາວຂຶ້ນໃນວັນທີ 1/2/1966, ເພື່ອປຸກລະດົມຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າເຂົ້າຮ່ວມໃນ ຂະບວນ ການຕໍ່ສູ້ກູ້ຊາດຈົນໄດ້ຮັບໄຊຊະນະຢ່າງສົມບູນ ເມື່ອປີ 1975. ຈາກນັ້ນຊົນຊັ້ນກຳມະກອນ ແລະ ຊາວ ຜູ້ອອກແຮງງານລາວກໍ່ໄດ້ເສີມຂະຫຍາຍບົດບາດຂອງຕົນເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສາມາດຍາດໄດ້ຜົນສຳເລັດຢ່າງໃຫຍ່ຫລວງເປັນກ້າວໆມາ.
ນ້ຳໃຈວັນທີ 1 ພຶດສະພາ ຫມັ້ນຍືນ !.