ຢາກຮູ້ອັນໃດຊອກເບິ່ງເດີ້

8/17/19

15 ປີ ສື່ໄວໜຸ່ມ ໃນ 17 ແຂວງ ແລະ ນະຄອນຫຼວງ

ໂຄງການວິທະຍຸໄວໜຸ່ມ ຫຼື ສື່ໄວໜຸ່ມ ໄດ້ເລີ່ມມາແຕ່ທ້າຍປີ 2004 ຈາກ 3 ແຂວງ(ອຸດົມໄຊ,ຫລວງພະບາງ ແລະ ຈຳປາສັກ) ມາເປັນ 8 ແຂວງໃນປີ 2007 (ອຸດົມໄຊ,ຫລວງພະບາງ,ຈຳປາສັກ, ສາລະວັນ, ສະຫວັນນະເຂດ, ບໍລິຄຳໄຊ, ບໍ່ແກ້ວ ແລະ ແຂວງວຽຈັນ) ແລະ ເພີີມຂຶ້ນເປັນ 13 ແຂວງ ໃນປີ 2010 (ອຸດົມໄຊ,ຫລວງພະບາງ,ຈຳປາສັກ, ສາລະວັນ, ສະຫວັນນະເຂດ, ບໍລິຄຳໄຊ, ບໍ່ແກ້ວ, ແຂວງວຽຈັນ, ນະຄອນຫລວງວຽງຈັນ,ໄຊຍະບູລີ, ຫົວພັນ, ຫລວງນ້ຳທາ ແລະ ອັດ ຕະປື) ໃນນີ້ໄດ້ຜລິດລາຍການວິທະຍຸ ສຳລັບໄວໜຸ່ມ ນອກຈາກພາສາພາສາລາວແລ້ວຍັງມີ: ພາສາກຶມໝຸ(ຫຼວງພະບາງ), ພາສາມົ້ງ(ໄຊຍະບູລີ) ແລະ ພາສາອາຄ່າ(ອຸດົມໄຊ) ແຕ່ປັດຈຸບັນ ບາງພາສາບໍ່ສາມາດດຳເນີນຕໍ່ໄດ້ ເນື່ອງຈາກຂາດບຸກຄະລາກອນ. 
ມື້ເລີ່ມຕົ້ນຂອງໂຄງການ "ສື່ໄວໜຸ່ມ" ໑໘ ສິງຫາ ໒໐໐໔
ໃນກອງປະຊຸມປະຈຳປີ 2010 (ກອງປະຊຸມຮ່ວມລະຫວ່າງລັດຖະບານ ກັບ UN ຕ່າງໆ) ກະຊວງການຕ່າງປະເທດ(ຄມດຊ = ຄະນະກຳມາທິການເພື່ອແມ່ແລະເດັກແຫ່ງຊາດ) ໄດ້ສະເໜີ ໃຫ້ພວກເຮົານຳເອົາກິດຈະກຳນີ້ລົງໄປໃນ 5 ແຂວງ ທີ່ເປັນບູລິມະສິດຂອງລັດຖະບານໃນວຽກງານຫລຸດຜ່ອນຄວາມທຸກຍາກທີ່ຍັງບໍ່ທັນມີຄື: ອັດຕະປື, ເຊກອງ, ຜົ້ງລາລີ, ຫົວພັນ ແລະ ຫລວງນ້ຳທາ. ເນື່ອງຈາກມີຂໍ້ຈຳກັດທາງດ້ານງົບປະມານ ພວກເຮົາກໍໄດ້ພະຍາ ຍາມເພື່ອຂະຫຍາຍເຄືອຂ່າຍຂອງທີມງານໄປໃຫ້ໄດ້ທຸກແຂວງ ເຊິ່ງປັດຈຸບັນກໍໄດ້ຂະຍາຍໄດ້ແລ້ວ ທົ່ວປະເທດ(ແຂວງສຸດທ້າຍແມ່ນ ແຂວງຄຳມ່ວນ 2018). 

ຜ່ານມາ ຫລາຍແຂວງທີ່ມີໂຄງການນີ້ ອຳນາດການປົກຄອງຂັ້ນສູງ(ຂອງແຂວງນັ້ນ) ກໍໄດ້ຮັບຮູ້ ແລະ​ຊຸກ ຍູ້ໃຫ້ເດັກ ໄດ້ສະແດງອອກ ຕາມພາລະບົດບາດ ຂອງເຂົາ​ເຈົ້າ ໃນການໂຄສະນາສິດທິເດັກ ແລະ ບັນ ຫາອື່ນໆ ທີ່ມີຜົນດີຕໍ່​ເດັກ -ໄວໜຸ່ມ ໂດຍສະເພາະບັນຫາ ສຸຂະພາບ, ສິ່ງເສບຕິດ,ໂລກເອດສ໌, ການຄ້າມະນຸດ, ນ້ຳສະອາດ-ສິ່ງແວດລ້ອມ ແລະ ບັນຫາອື່ນໆ. 


ທີມງານແຕ່ລະແຂວງ ຄະນະຮັບຮັບຜິດຊອບ “ສື່ໄວໜຸ່ມ” ໄດ້ເລືອກເຟັ້ນເອົານັກຈັດລາຍການວິທະຍຸທີ່ໜຸ່ມນ້ອຍ ມາເປັນອາສາສະໝັກຈັດລາຍການ ເຊິ່ງສ່ວນໃຫຍ່ ແມ່ນອາສາທີ່ເປັນສະມາຊິກສູນວັດທະນະທຳເດັກ(ສ.ວ.ດ) ແລະ ໄດ້ເນັ້ນໃສ່ນຳໃຊ້ຮູບແບບຂອງລາຍການວາລະສານທາງວິທະຍຸເປັນສຳຄັນ, ນຳໃຊ້ທັກສະຊີວິດເຂົ້າ ໄປໃນຂະບວນການຜະລິດລາຍການວິທະຍຸນັ້ນປະສົມກັບການບັນເທີງ. 
ຈຸດປະສົງຂອງໂຄງການແມ່ນ: 
- ສ້າງຄວາມສາມາດໃຫ້ແກ່ເດັກ-ໄວຫນຸ່ມໃນການໂຄສະນາສິດທິຂອງຕົນ ໂດຍຜ່ານລາຍການວິທະຍຸ,ໂທລະພາບ, ສື່ສັງຄົມອອນໄລນ໌ ແລະ ການເຄື່ອນໄຫວປຸກລະດົມຊຸມຊົນ. 
ໂຄງປະກອບຂອງທີມງານ: 
- ຜູ້ຮັບຜິດຊອບໂຄງການ ​ປະກອບດ້ວຍ ວິທະຍຸກະຈາຍສຽງ, ສູນວັດທະນະທຳ ເດັກ ແລະ ອົງການ Unicef (ລະດັບສູນກາງ ແລະ ທ້ອງຖິ່ນກໍຄືກັນ) 
- ທີມງານວິທະຍຸໄວໜຸ່ມແຕ່ລະແຂວງຈະມີປະມານ 10-20 ນ້ອງ (ບາງແຂວງດຽວນີ້ມີຫລາຍກ່ວາ)ໂດຍທົ່ວໄປແລ້ວພວກເຂົາມີຄວາມສາມາດໃນດ້ານການເວົ້າ, ການສະແດງເທິງເວທີ ຍ້ອນພວກເຮົາມີພື້ນຖານການສະແດງ ແລະ ການເວົ້າມາຈາກການເປັນນັກສະແດງຂອງເດັກອາສາສະໝັກຂອງສູນວັດທະນະທຳເດັກ. 
- ນັບແຕ່ເລີ່ມໂຄງການມາຮອດປັດຈຸບັນ ມີນັກຈັດລາຍການວິທະຍຸໄວໜຸ່ມ ປະມານ 700 ກວ່າຄົນ ໄດ້ຜ່ານການອົບຮົມ ແລະ ເຝິກປະຕິບັດການຈັດລາຍການວິທະຍຸ ຈົນຫຼາຍຄົນປັດຈຸບັນມີຄວາມຊໍານານເຖິງລະດັບຊ່ຽວຊານບໍ່ວ່າການຈັດລາຍການວິທະຍຸ, ລາຍການໂທລະພາບ ແລະ ໂຄສົກເທິງເວທີໃນລະດັບຊາດ ແລະ ພາກພື້ນ; ໃນນີ້ ລຸ້ນທຳອິດ, ລຸ້ນທີສອງ ຫລາຍຄົນຮຽນຈົບວິຊາຊີບ ທັງພາຍໃນ ແລະ ຕ່າງປະເທດ ຫລາຍຄົນກໍໄດ້ເຂົ້າເຮັດວຽກນຳລັດ, ບໍລິສັດ ແລະ ອື່ນໆ ປີນີ້ (2019) ປັດຈຸບັນ ເດັກອາສາ ຂອງໂຄງການ ຫຼຸ້ນໃຫຍ່ກຳລັງສືບຕໍ່ຮຽນວິຊາຊີບ ຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງມີທັງຊັ້ນສູງ, ປຣິນຍາຕຣີ, ປຣິນຍາໂທ ແລະ ປຣິນຍາເອກ ເປັນຕົ້ນ. 
- ກ່ອນນີ້ໂຄງການ “ສື່ໄວໜຸ່ມ” ນອກຈາກຈະຈັດລາຍການວິທະຍຸ ລາຍການ “ເປີດໃຈໄວໜຸ່ມ” ແລ້ວຍັງໄດ້ຮັບການພັດທະນາ ແລະ ກ້າວສູ່ການຜລິດລາຍການໂທລະພາບ “ເປີດໃຈໄວໜຸ່ມ” ໃນປີ 2012 ເຊິ່ງດຳເນີນຢູ່ 3 ແຂວງຄື: ແຂວງຫົວພັນ, ແຂວງຫລວງນ້ຳທາ ແລະ ນະຄອນຫລວງວຽງຈັນ ເຊິ່ງຜລິດລາຍການອອກທາງໂທລະພາບລາວສຕາຣ໌ ທຸກໆມື້ວັນອາທິດເວລາ 13:30 ໂມງ, ທີມງານທີ່ຜລິດລາຍການວິທະຍຸແລະໂທລະ ພາບນີ້ແມ່ນນຳໃຊ້ບຸກຄະລາກອນດຽວກັນ. ດັ່ງນັ້ນໂຄງການ “ວິທະຍຸໄວໜຸ່ມ” ຫຼື “ສື່ໄວໜຸ່ມ” ໃນໄລຍະນັ້ນ ຈຶ່ງໄດ້ປ່ຽນເປັນ “ໂຄງການວິທະຍຸ-ໂທລະພາບໄວໜຸ່ມ” ແຕ່ປັດຈຸ ບັນ ບໍ່ມີລາຍການໂທລະພາບອີກແລ້ວ ຍ້ອນມູນ ຄ່າການຜະລິດລາຍການສູງ ແລະ ປີ 2018 ໄດ້ປ່ຽນຊື່ໂຄງການມາເປັນ “ສື່ໄວໜຸ່ມ-Youth Media”. 
ການສ້າງບຸກຄະລາກອນ ແລະ ອຸປກອນ: 
- ໃນ 15 ປີ ຜ່ານມາ ໂຄງການວິທະຍຸໄວໜຸ່ມໄດ້ສ້າງທັງບຸກຄະລາກອນດ້ວຍການເຝິກອົບຮົມວິຊາການ ໃຫ້ຄວາມຮູ້ດ້ານວິຊາການຕ່າງໆ ເຊິ່ງໄດ້ເຊີນຄູເຝິກທັງພາຍໃນ ແລະ ຕ່າງປະເທດ ມາອົບຮົມໃຫ້ ລວມໄດ້ປະມານ 120 ຄັ້ງ ມີຜູ້ເຂົ້າຮ່ວມປະມານ 3.500 ເທື່ອຄົນ ໃນນີ້ມີທັງໄວໜຸ່ມອາສາໃນໂຄງການ ແລະ ພະນັກງານລັດ(1/3 ເປັນພະນັກງານ ລັດ). 
- ການຈັດຫາອຸປະກອນການຜະລິດລາຍການເຊັ່ນ: Tape Recorder(ດຽວນີ້ ແມ່ນ Digital recorder )ສະເລ່ຍແລ້ວແຂວງລະ 6-7 ໜ່ວຍ, Computer & Printer ແຂວງ ລະ1 ຊຸດ ເປັນຢ່າງຕໍ່າ. ນອກນີ້ຍັງໄດ້ຂົນຂວາຍປະເພດ Computer, Digital Camera & LapTop ມືສອງ ແຕ່ຍັງໃຊ້ໄດ້ດີຢູ່ນັ້ນໃຫ້ໄດ້ຈຳນວນໜຶ່ງ ທີ່ນຳໄປຊ່ວຍທີມງານໃນແຂວງຕ່າງໆ. 
......ຂອບໃຈທີ່ອ່ານ.....

8/6/16

ອັນຕະລາຍ ແລະ ຄວາມປອດໄພ ໃນການຊົມໃຊ້ສື່ສັງຄົມອອນໄລນ໌

ການຝຶກອົບຮົມ ສືສັງຄົມອອນລາຍ ແລະ ການໂຄສະນາສົ່ງເສີມສິດທິເດັກ ໄດ້ຈັດຂຶ້ນທີ່ຫ້ອງການຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ລະຫວ່າງວັນທີ 2 - 5 ສິງຫາ 2016 ໂດຍການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ ເຄນ ລໍມະນີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ທ່ານ ຕະບອງເພັດ ພຸດທະວົງ ຊ່ຽວຊານວຽກງານໂຄສະນາສື່ສານມວນຊົນ ຈາກອົງການ UNICEF, ມີທິມງານ ວິທະຍຸໄວໜຸ່ມ ຈາກທີມງານລາຍການ "ເປີດໃຈໄວໜຸ່ມ" ຈາກ 12 ແຂວງທົ່ວປະເທດເຂົ້າຮ່ວມ 50 ກ່ວາຄົນ.
ໃນຊຸດອົບຮົມ ໄດ້ເນັ້ນເຖິງ ການນຳໃຊ້ສື່ສັງຄົມອອນລາຍໃຫ້ປະໂຫຍດສູງສຸດ ສືບຕໍ່ຈາກກອງປະຊຸມຄັ້ງກ່ອນ ເຊິ່ງເປີດຂຶ້ນ ທີ່ວັງວຽງ ແຂວງວຽງຈັນ ເມື່ອປີ 2015. ການອົບຮົມຄັ້ງນີ້ ໄດ້ລົງເລິກວິທີຕັດສຽງດ້ວຍ Adobe Audition v.3, ວິທີການໂຄສະນາຜ່ານ www.facebook.com  & www.youtube.com ທີ່ມີຄວາມປອດໄພ ແລະ ໄດ້ຮັບຜົນດີ. ເຊິ່ງເນື້ອໃນຂອງການໂຄສະນາແມ່ນເນັ້ນບັນຫາສົ່ງເສີມສິດທິເດັກກ່ອນໄວຮຽນ, ການໂຄສະນາສິດທິເດັກ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.
ການຝຶກອົບຮົມການນຳໃຊ້ສື່ສັງຄົມອອນລາຍ ແລະ ການໂຄສະນາສົ່ງເສີມສິດທິເດັກໃຫ້ແກ່ທີມງານວິທະຍຸໄວໜຸ່ມ ຈາກ 12 ແຂວງທົ່ວປະເທດ ໄດ້ສຳເລັດໃນວັນທີ 5/08/2016 ຫລັງຈາກດຳເນີນມາເປັນເວລາ 4 ວັນ ທີ່ແຂວງບໍລິຄຳໄຊ.
ການເຝຶກອົບຮົມໃນຄັ້ງນີ້ ນອກຈາກໄດ້ຮຽນຮູ້ເຕັກນິກການນຳໃຊ້ສື່ສັງຄົມອອນລາຍ ເພື່ອນຳໃຊ້ເຂົ້າໃນວຽກງານໂຄສະນາຂອງໄວໝຸ່ມແລ້ວ ຍັງສືບຕໍ່ໃຫ້ແຕ່ລະກຸ່ມວາງແຜນ ແລະ ທົດທອງໂຄສະນາວຽກງານຂອງຕົນເອງຜ່ານທາງສື່ອອນລາຍ Facebook, Youtube ແລະ ອື່ນໆ 
ຫຼັງຈາກສຳເລັດການເຝຶກອົບຮົມແລ້ວ ທີມງານລາຍການວິທະຍຸໄວໜຸ່ມແຕ່ລະແຂວງຕ້ອງໄດ້ເອົາໃຈໃສ່ໃນການໂຄສະນາກິດຈະກຳການເຄື່ອນໄຫວວຽກງານຂອງຕົນເອງຜ່ານສື່ອອນລາຍເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ.


(ຂອບໃຈທີມງານ-ຂອບໃຈທີ່ຕິດຕາມ)