ຢາກຮູ້ອັນໃດຊອກເບິ່ງເດີ້

6/24/13

ຢ້ຽມຢາມທີມງານວິທະຍຸໄວໜຸ່ມທີ່ແຂວງວຽງຈັນ

ຫລັງຈາກກັບມາແຕ່ປະເມີນສື່ໂຄສະນາສຳລັບເດັກກ່ອນໄວຮຽນ ຂອງທີມງານວິທະຍຸໄວໜຸ່ມສູນກາງ ທີ່ດຳເນີນໃນແຂວງຫລວງນ້ຳທາ ແລະ ອຸດົມໄຊ ຕອນກັບບ້ານ ພວກເຮົາໄດ້ແວ່ຢ້ຽມຢາມທີມງານວິທະຍຸ ແຂວງວຽງຈັນ ເຊິ່ງມີທີມງານປະມານ ໒໐ ນ້ອງ.


ທີມງານວິທະຍຸໄວໜຸ່ມແຂວງວຽງຈັນ ເປັນທີມງານທີ່ດຳເນີນການຈັດລາຍການ“ເປີດໃຈໄວໜຸ່ມ” ມາບໍ່ດົນປານໃດ ແຕ່ເປັນທີມງານທີ່ມີຄວາມຫ້າວຫັນ ຈາກການຈັດລາຍການໃນເບື້ອງຕົ້ນ ອາທິດລະ ໓໐ ນາທີ ເພີ່ມເປັນ ໑ ຊົ່ວໂມງໃນປັດຈຸບັນ


ໄວໜຸ່ມເຫລົ່ານີ້ ພວກເຂົາຈະມາພົບກັນເພື່ອຈັດລາຍການ “ເປີດໃຈໄວໜຸ່ມ” ໃນທຸກໆວັນເສົາ ເວລາ ໙:໓໐ - ໑໐:໓໐ ໂມງ ທາງຄື້ນ FM 100 Mkz ເປັນລາຍການອອກອາກາດສົດ ເຊິ່ງຜູ້ຟັງສາມາດ ມີສ່ວນຮ່ວມໄດ້ ດ້ວຍການໂທລະສັບເຂົ້າສູ່ລາຍການ ໘໕໖-໓໐-໙໓໘໙໙໑໙ ແລະ ສົນທະນາຜ່ານເຟຊບຸກກໍໄດ້
ຊ່ວຍຟັງ ຊ່ວຍເຊຍ ຊ່ວຍຕິຊົມພວກເຂົາແດ່ເດີ້
ໂດຍສະເພາະມິດລາຍການທາງແຂວງວຽງຈັນ
(ຂອບໃຈຫລາຍໆ)

5/16/13

ຢ້ຽມຢາມຖາມຂ່າວທີມງານວິທະຍຸໄວໜຸ່ມແຂວງບໍລິຄຳໄຊ

ພຶດສະພາ ໒໐໑໓
ຄະນະຮັບຜິດຊອບໂຄງການວິທະຍຸໄວໜຸ່ມ ໄດ້ແວ່ຢ້ຽມຢາມ- ສົນທະນາບັນຫາກັບຄະນະຮັບຜິດຊອບທີມງານວິທະຍຸໄວໜຸ່ມ ແລະ ນັກຈັດລາຍການວິທະຍຸໄວໜຸ່ມ ເພື່ອຊອກຫາວິທີທາງປັບປຸງ ແລະ ສຶບຕໍ່ໂຄງການ ເພື່ອສ້າງໂອກາດໃຫ້ໄວໜຸ່ມໄດ້ສະແດງສິດທິຂອງຕົນເອງຜ່ານສື່ວິທະຍຸຕໍ່ໄປ.

ທ່ານ ຄຳຜ່ອນ ໄຊອຸດົມ ເວົ້າລົມກັບຄະນະຮັບຜິດຊອບທີມງານວິທະຍຸໄວໜຸ່ມແຂວງບໍລິຄຳໄຊ ເພື່ອຊອກຮູ້ບັນຫາ ແລະ ຊອກຫາທາງອອກຮ່ວມກັນ ໃນການປັບປຸງລາຍການເປີດໃຈໄວໜຸ່ມ

ທີມງານວິທະຍຸໄວໜຸ່ມ ສ່ວນຫລາຍເປັນຜູ້ຍິງ ແຕ່ສາມາດດຳເນີນລາຍການໄດ້ປົກກະຕິ
ພວກເຂົາມີຄວາມສົນໃຈໃນການສົ່ງຂໍ້ມູນຂ່າວສານຜ່ານເຟຊບຸກ ໃນເຄືອຂ່າຍຂອງຕົນເອງ ໂດຍສະເພາະ ໑໓ ແຂວງ ທີ່ໂຄງການນີ້ດຳເນີນຢູ່.

ທີມງານທັງໝົດຍັງເປັນນັກຮຽນມັດທະຍົມປາຍ

ທ່ານ ຕະບອງເພັດ ຊ່ຽວຊານ ສື່ສານມວນຊົນ CPAC-UNICEF ຜູ້ຮ່ວມກໍ່ຕັ້ງໂຄງການ ຖ່າຍພາບກັບທີມງານ...
(ຂອບໃຈ-ຊ່ວຍແນະນຳດ້ວຍ)