ຢາກຮູ້ອັນໃດຊອກເບິ່ງເດີ້

11/28/12

ວັນຊາດທີ່ ໒ ທັນວາ ໝັ້ນຍືນ !

ປະຫວັດສາດບາງຕອນຂອງຊາດລາວ ທີ່ໄວໜຸ່ມຄວນຮູ້ຈັກ
 60 ປີ ທີ່​ລາວ​ເປັນ​ເມືອງ​ຂຶ້ນຝຣັ່ງ
ພາຍຫລັງ​ໄດ້​ຍຶດ​ເອົາ 12 ຈຸ​ໄທ, ອານາ​ມ, ​ໂກ​ແຊງ​ຊິນ ​ແລະ ກຳປູ​ເຈຍ​ ໄດ້​ແລ້ວ ​ຝຣັ່ງ​ກໍ່​ໄດ້​ມາ​ຍຶດ​ເອົາ​ລາວ ​ໃນ​ປີ 1893 ​ໂດຍ​ໄລ່​ສະຫຍາມ​ອອກຈາກ​ລາວ, ​ເຊັນ​ສັນຍາ​ແບ່ງ​​ເຂດ​ປົກຄອງ​ ລະຫວ່າງ​ ຝຣັ່ງ ​ແລະ ສະຫຍາມ ​ໂດຍ​ໃຫ້​ດິນ​ແດນ​ຝັ່ງ​ຊ້າຍ​ ຂອງ​ແມ່ນ້ຳຂອງ​ ເປັນ​ຂອງ​ຝຣັ່ງ ​ແລະ ຝັງ​ຂວາ ​ເປັນຂອງ​ສະຫຍາມ​ ໃນວັນທີ 3/10/1893, ເຮັດ​ໃຫ້​ດິນ​ແດ​ນຂອງ​ລາວ​ຫລາຍ​ກວ່າ​ເຄິ່ງໜຶ່ງຖືກ​ສູນ​ເສຍ​ ​ແລະ ຕົກເປັນ​ຂອງ​ສະຫຍາມ ​ອັນ​ສ້າງ​ຄວາມ​ເຈັບ​ປວດ​ ໃຫ້​ກັບປະຊາຊົນ​ລາວຢ່າງບໍ່​ມີ​ວັນ​ລືມ.
ພາຍຫລັງ​ໄດ້​ ເຊັນ​ສັນຍາ ​ແບ່ງ​ເຂດ​ແດນ​ກັບສະຫຍາມ​ແລ້ວ ຝຣັ່ງກໍ່​ຈັດ​ລະບຽບ​ການ​ປົກຄອງ​ຂຶ້ນຢູ່​ລາວ ຕາມ​ແບບ​ສະບັບ​ຂອງ​ສະຫຍາມ​ໂດຍ​ ແບ່ງ​ເປັນ 10 ​ແຂວງ ​​ແລະ ​ຖື​ເອົາ​ວຽງ​ຈັນ​ ເປັນ​ທີ່​ຕັ້ງຂອງ​ສຳນັກງານ​ ສຳລັບ​ຂ້າ​ຫລວງ​ໃຫຍ່​ປະຈຳ​ລາວ, ​ເອົາ​ຄົນ​ຝຣັ່ງ​ເປັນ​ເຈົ້າ​ແຂວງ ສ່ວນ​ເຈົ້າ​ເມືອງ ຕາ​ແສງ ​ແລະ ນາຍບ້າ​ນນັ້ນປະ​ໃຫ້​ຄົ​ນລາວ​ ເປັ​ນເອງ​ເພື່ອ​ເກັບ​ສ່ວຍ​ຈາກປະຊາຊົນ, ​ເກ​​ນເອົາຄົນ​ໄປ​ອອກ​ແຮງ​ງານ​ ໂດຍ​ວາງ​ລະບຽບ​ການ​ອອກ​ຄື: ຜູ້​ຊາຍ​ອາຍຸ 18 ປີ​ ຂຶ້ນ​ໄປ​ຕ້ອງ​ໄດ້​​ເສຍສ່ວຍ​​ໄຖ່​ການ​ໄປ​ເຮັດ​ວຽກ 15 ວັ​ນ ໃນ 1 ປີ ​ໂດຍບໍ່​ມີຄ່າ​ຕອບ​ແທນ​ແຮງ​ງານ​ແຕ່​ຢ່າງ​ໃດ, ພວກ​ເຂົາ​ໄດ້​ຕັດ​ເອົາ​ໄມ້​ເນື້ອດີ, ຂຸດ​ເອົາ​ແຮ່​ທາດ ຈຳນວນ​ໜຶ່ງ​ກັບ​ຄື​ນເມືອ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ປະ​ເທດ​ແມ່, ສ້າງ​ໂຮງຮຽ​ນຈຳນວນ​ໜຶ່ງ​ເພື່ອ​ລູກ​ຫລານ​ຂອງ​ເຂົາ ​ແລະ ລູກ​ຫລານ​ຂອງ​ຄົ​ນລາວ​ທີ່​ເຮັດ​ກາ​ນນຳ​ຝຣັ່ງ, ​ສ້າງໂຮງໝໍ​ ໃ​ນເມືອງ​ຈຳນວນໜຶ່ງ ​ເພື່ອ​ປິ່ນປົວ​ເຂົາ​ເອງ ​ແລະ ສ້າງ​ຖະ​ໜົນ ຫົນທາງ​ຈຳນວ​ນໜຶ່ງ ​ໂດຍ​ເກນ​ເອົາ​ແຮງ​ງາ​ນຂອງ​ປະຊາຊົນ ​ໄປ​ເຮັດ​ເພື່ອ​​ຂົນ​ສົ່ງ​ສິນຄ້າ​​ສຳລັບ​ພວກ​ເຂົາ. ຢູ່​ໃຕ້​ແອກ​ປົກຄອງ​ຂອງຝຣັ່ງ ​ໄດ້​ເກີດ​ມີ​ໄພພິບັດ​ໃຫຍ່ 4 ປະການທີ່​ຂົ່ມ​ຂູ່​ຊີວິດ​ຂອງ​ຄົ​ນລາວ​ເຊັ່ນ: ​ໄພ​ແຫ່ງ​ຄວາ​ມອຶດ​ຫິວ, ​ໄພ​ແຫ່ງ​ຄວາມ​ກືກ​ໜັງສື, ​ໄພ​ແຫ່ງ​ໂລກລະບາດ​ບໍ່​ມີ​ຢຸກຢາ​ປິ່ນປົວ ​ແລະ ​ໄພ​ແຫ່ງ​ຄວາມ​​ໂງ່​ຈ້າ​ຫລ້າຫລັງ ​ແລະ ຄວາມ​ຕ່ຳ​ຕ້ອຍສູນ​ເສຍ​ອິດສະຫຼະພາບ ​ແຫ່ງ​ຄວາມ​ເປັນ​ຄົນຍ້ອນ​ປະ​ເທດ​ຊາດ​ສູນ​ເສຍ​ເອກະລາດ.
ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ ໂດຍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແຫ່ງ​ ການຕໍ່​ສູ້​ໃ​ນການ​ສ້າງ​ຊາດ ​ແລະ ປົກ​ປັກ​ຮັກສາ​ຊາດ ຂອງ​ບັນດາ​ ບັນພະ​ບູລຸດຕົນເປັນ​ຕົ້ນ ແມ່​ນກາ​ນນຳພາ​ຕໍ່​ສູ້​ບໍ່​ຍອມ​ຈຳນົນ​ຂອງ​ເຈົ້າ​ອານຸວົງ ​ແລະ ​ເຈົ້າ​ລາຊະວົງ ທີ່​ໄດ້​ຕໍ່​ສູ້ ກັບ​ສັດຕູ​ຈົນ​ເຖິງ​ຢາດ​ເລືອດ ຢາດ​ສຸດ​ທ້າຍນັ້ນ ປະຊາຊົນ​ລາວ​ ບັນດາ​ເຜົ່າໄດ້​ຕໍ່​ສູ້​ ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ດ້ວຍ​ຫລາຍ​ຮູບ​ການ ນັບ​ແຕ່​ຫຼົບຫຼີກ ​ບໍ່​ໄປ​ເຮັດ​ການ 15 ວັນ, ຫ​ລົບ​ຫລີກ​ບໍ່​ເສຍ​ສ່ວຍ​ໄຖ່​ການ ຫລື ​ໄປ​ເຮັດ​ການ ກໍ​ເຮັດ​ແບບ​​ແປະໆ​ບາງໆ ຫລື ມ້າງ​ເຄື່ອງ​ຈັກ​ເຄື່ອງ​ລານ. ຈາກ​ຮູບ​ກາ​ນຕໍ່​ສູ້​ເຫຼົ່າ​ນີ້ກໍ່​​ເກີດມີ​ ການ​ຕໍ່​ສູ້​ເປັນ​ກຸ່ມ ​ກ້ອນ​ຈົ​ນເກີດ​ມີ​ຂະ​ບວນການ​ໃຫຍ່​ເຊັ່ນ: ກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຊາວ​ສະຫວັນນ​ະ​ເຂດ ພາຍ​ໃຕ້​ກາ​ນຳພາ​ຂອງ​ ພໍ່​ກະ​ດວດ, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ມົ້ງ ຢູ່​ແຂວງ​ຫົວພັນ ​ແລະ ​ແຂວງ​ຊຽງ​ຂວາງ ​ນຳໂດຍ ​ເຈົ້າຟ້າ​ປັດ​ໄຈ​, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ລື້ ນຳໂດຍ​ ເຈົ້າຟ້າ​ເມືອງ​ສິງ ແລະ ຂະ​ບວນການ​ຕໍ່​ສູ້​ຂອງ​ຊົນ​ເຜົ່າ​ລາວ​ເທິງ ຢູ່​ພາກ​ໃຕ້ ນຳໂດຍ​ ອົງ​ແກ້ວ-ອົງ​ກົມມະ​ດຳ​.

ພາຍຫລັງ​ມີ​ພັກ​ກອມ​ມູນິ​ດອິນດູຈີນນ​ຳພາ (1930) ​ເຮັດ​​ໃຫ້ການ​ຕໍ່​ສູ້​ທີ່​ໄຮ້​ທິດ​ທາງ​ໃນ​ເມື່ອ​ກ່ອນນັ້ນ ​ໄດ້​ຫັ​ນມາ​ສູ່​ການ​ຕໍ່​ສູ້​ທີ່​ມີ​ທິດ​ທາງ, ມີ​ຈຸດໝາຍ​ປາຍທາງ, ມີ​ການຈຳ​ແ​ນກມິດ-ສັດຕູ​ຢ່າງ​ຈະ​ແຈ້ງ ອັນ​ໄດ້​ເຮັດ​ໃຫ້ການ​ຕໍ່​ສູ້​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ເຕີບ​ໃຫຍ່​ຂຶ້ນ​ ເປັ​ນລຳດັບ ​ແລະ ຍາດ​ເອົາ​ໄຊຊະນະ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ.
ປີ 1934 ​ໄດ້​ມີ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ​ເພື່ອ​ຈັດ​ຕັ້ງ​ ຄະນະ​ພັກ​ແຄວ້ນ​ລາວ​ຂຶ້ນ ຢູ່​ດອນ​ຊິງ​ຊູ້ນະຄອນຫລວງ​ວຽງ​ຈັນ ​ເຮັດ​ໃຫ້ກາ​ນນຳພາ​ ການ​ຕໍ່​ສູ້​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ນ​ັບ​ມືຂະຫຍາຍຕົວ. ບັນດາ​ເຫດການ ​ທີ່​ເປັນ​ຂີດ​ໝາຍ​ ທາງ​ປະຫວັດສາດ ໃນ​ພາລະກິດ​ຕໍ່ຕ້ານ​ກັບ​ ລັດທິ​ລ່າ​ເມືອງ​ຂຶ້​ນແບບເກົ່າ​ ອັນໄດ້​ແກ່​ກາ​ນລຸກ​ຮື້ຂຶ້ນ ຢຶດ​ເອົາ​ອຳນາດ​ການ​ປົກຄອງ​ຢູ່​ວຽງ​ຈັນ ໃນ​ວັ​ນທີ 23 ສິງຫາ 1945 ​ໄດ້​ນຳ​ໄປ​ສູ່​ ການ​ປະກາດ​ເອກະລາດ 12 ຕຸລາ ​ໃນປີ​ດຽວ​ກັນ, ສ້າງ​ຕັ້ງ​ລັດຖະບານ​ລາວ​ອິດສະຫຼະຊົ່ວຄາວ. ຫລັງ​ຈາກ​ນັ້ນ ​ກໍ່​​ໄດ້ຫັນທິດ​ອອກ​ສູ່​ຊົນນະບົດ​ ເພື່ອ​ຕ້ານ​ກັບ​ການ​ມາ​ຍຶດຄອງ​ລາວ​ ຄັ້ງ​ທີ II ຂອງຝຣັ່ງ, ​ໄດ້​ສ້າງ​ຕັ້ງ​ແນວ​ລາວ​ອິດສະຫລະ ​ແລະ ລັດຖະບານ​ຕໍ່ຕ້ານ ​ເພື່ອ​ເຕົ້າ​ໂຮມ​ປະຊາຊົນ ດຳ​ເນີນ​ການຕໍ່ຕ້ານ ​ໂດຍ​ສົມທົບ​ກັບ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ໃນ​ພາລະກິດ​ຕໍ່​ສູ້​ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່ານານ​ເຖິງ 9 ປີ ຈົນ​ໄດ້​ຮັບ​​ໄຊຊະນະ​ຢູ່​ສະໜາມຮົບ​ດຽນບຽນ​ຟູ, ອັນນຳ​ໄປ​ສູ່​ກອງ​ປະຊຸມ​ເຊີ​ແນວ ປີ 1954 ກ່ຽວ​ກັບອິນດູຈີນ; ​ໂລກ​ໄດ້​ຮັບ​ຮູ້​ເອກະລາດ, ອຳນາດ​ອະທິປະ​ໄຕ ຂອງ​ສາມ​ຊາດ​ອິນດູຈີນ ​ແລະ ນຳ​ເອົາ​ ປະ​ເທດ​ລາວ​ເຂົ້າ​ສູ່​ໄລຍະ​ສັນຕິພາບ ແລະ ຄວາມ​ປອງ​ດອງ​ຂອງ​ຊາດ ເປັນ​ເວລາ​ສັ້ນ, ຈາກນັ້ນ​ບ້ານ​ເມືອງ ກໍ່​ກັບ​ຄື​ສູ່​ສົງຄາມ​ເທື່ອ​ໃໝ່ ແລະ ແກ່ຍາວຫລາຍສິບປີ.
ສະໄໝເປັນສາທາລະນະລັດ ປະຊາທະປະໄຕປະຊາຊົນລາວ
ໃນວັນທີ 1 ທັນວາ ຄ.ສ 1975 ກອງປະຊຸມຜູ້ແທນທົ່ວປະເທດໄດ້ໄຂຂື້ນທີ່ນະຄອນຫລວງວຽງຈັນ ເຊິ່ງມີຜູ້ແທນເຂົ້າຮ່ວມ 264 ທ່ານ ເພື່ອຄົ້ນຄວ້າຕີລາຄາສະຖານະການຮ່ວມກັນ ແລະ ພິຈາລະນາອະນາຄົດຂອງປະເທດຊາດ. ຜ່ານການຄົ້ນຄວ້າພິຈາລະນາ, ຮັບຮອງເອົາການ ປະກາດຍຸບຕົວຂອງລັດຖະບານປະສົມຊົ່ວຄາວແຫ່ງຊາດ. ກອງປະຊຸມຍັງໄດ້ຕົກລົງມະຕິຮັບຮອງ ເອົາທຸງສາມສີວົງເດືອນເປັນທຸງຊາດລາວ, ຮັບຮອງເອົາເນື້ອຮອງເພງຊາດໃໝ່, ຮັບຮອງເອົາ ພາສາລາວ ເປັນພາສາທາງການ ແລະ ປະກາດປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະກາດແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານປະເທດ, ແຕ່ງຕັ້ງທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ, ແຕ່ງຕັ້ງ ເຈົ້າສີສະຫວ່າງວັດທະນາ ເປັນທີ່ປຶກສາສູງສູດ ຂອງປະທານປະເທດ, ແຕ່ງຕັ້ງ ເຈົ້າສຸວັນນະພູມມາ ເປັນທີ່ປຶກສາສູງສູດຂອງລັດຖະບານ ແລະ ຜ່ານມະຕິອື່ນໆ. ໃນວັນທີ 2 ທັນວາ ຄ.ສ 1975 ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນ ສະຫງ່າງາມ.
ຂອບໃຈທີ່ອ່ານ(ຮູບປະກອບຈາກອິນເຕີເນັທ)
ອ່ານເພີ່ມເຕີມໄດ້ ກົດເລີຍ ບ່ອນນີ້ລະ

6/13/12

ແຂກລະດັບສູງມາຢ້ຽມຢາມວິທະຍຸໄວຫນຸ່ມລາວ - Visit of High level US visitors to Lao youth radio


High level US visitors to Lao Youth radio team on 8th June 2012
 
Ms Maria Otero, Under Secretary for Civilian Security, Democracy and Human Rights with Karen Stewart, Ambassador of USA and official staff visit Mr Sipha Nonglath, Director General of the Lao National Radio and Youth radio team

Meet with Youth radio team
Mr.Happy sisomphone & Miss Douandala Khanthavong present about working of youth radio team

Miss.Praphatsone Luanglath & Mr.Sourivong Sengsoulay interviewers with Ms Maria Otero in Youth radio studio.

Ms Maria Otero, Under Secretary for Civilian Security, Democracy and Human Rights and
Ms Karen Stewart, Ambassador of USA
has a photo with Young Radio team

Very Thanks for Photo from Mr.Viengsone Phimmasone, Edited by Saykoson Sanoubane and Insert to youth radio bloger by Mr.Khamphone saioudom.

  (...See you again..)

4/24/12

ສາເຫດການກຳເນີດຂອງວັນກຳມະກອນສາກົນ

ກ່ອນຫນ້ານີ້ 100 ກ່ວາປີ ຄືໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ເສດຖະກິດ ສັງຄົມ ຂອງ ໂລກໄດ້ມີການຂະຫຍາຍຕົວຢ່າງໄວວາ, ໂດຍສະເພາະຢູ່ທະວີບເອີຣົບ ແລະ ອາເມລິກາ. ບັນດາປະເທດນາຍທຶນໄດ້ນຳປະເທດກ້າວເຂົ້າສູ່ການຜະລິດແບບອຸດສາຫະກຳ,ສ້າງໂຮງຈັກໂຮງງານ ຂຶ້ນຫລາຍໆແຫ່ງແທນກະສິກຳທີ່ໃຊ້ແຮງງານຄົນ,ສ່ວນຄົນໄດ້ກາຍເປັນແຮງງານຮັບຈ້າງທີ່ຄວບຄຸມ ພາຫະນະການຜະລິດຢູ່ຕາມໂຮງຈັກໂຮງງານຕ່າງໆທີ່ພວກເຮົາເອີ້ນວ່າ: ກຳມະກອນ. ໃນຂະບວນວິວັດແຫ່ງການພັດທະນາເສດຖະກິດທຶນນິຍົມພາຫະນະການຜະລິດທີ່ດິນໄດ້ຖືກຢຶດຈ່ອງ ເປັນກຳມະສິດຂອງພວກນາຍທຶນ, ສ່ວນຊົນຊັ້ນກຳມະກອນໄດ້ແຕ່ຂາຍແຮງງານຂອງຕົນໃຫ້ແກ່ ນາຍທຶນດ້ວຍລາຄາຖືກເພື່ອມີຊີວິດຢູ່ລອດ.ໂດຍພາຍໃຕ້ການປົກຄອງຂອງພວກນາຍທຶນຊົນຊັ້ນກຳມະ ກອນຖືກກົດຂີ່ຂູດຮີດນັບມື້ນັບຫນັກຫນ່ວງ, ກຳມະກອນໄດ້ຖືກບັງຄັບເຮັດວຽກມື້ຫນຶ່ງແຕ່ 14 -15 ຊົ່ວໂມງ ໃນເງື່ອນໄຂການອອກແຮງງານ ສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ຍ້ອນລະບົບປ້ອງກັນໄພຂອງເຄື່ອງຈັກຍັງບໍ່ທັນມີບວກກັບ ພວກນາຍທຶນພັດເພີ່ມທະວີບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍມີການພັກຜ່ອນ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງນັບມື້ຮຸນແຮງຂຶ້ນ. ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງ ງານຈຳເປັນຈຶ່ງໄດ້ຈັດຕັ້ງເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບພວກນາຍທຶນທວງໃຫ້ເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະບວນຕໍ່ສູ້ດັ່ງກ່າວເກີດຂຶ້ນກ່ອນຫມູ່ແມ່ນຢູ່ປະເທດອັງກິດ ໃນຫວ່າງປີ 1864 ຈາກນັ້ນມາໃນເດືອນ 11/1884 ຊົນຊັ້ນກຳມະກອນຢູ່ເມືອງຊີກາໂກ ສະຫະລັດອາເມລິກາກໍ່ລຸກຮື້ຂຶ້ນຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ ວັນທີ 1/5/1886 ເປັນເທື່ອທຳອິດ ຢູ່ປະເທດອາເມລິກາ ຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານໃນທົ່ວປະເທດ ໄດ້ມີການສົມທົບກັນລຸກຂຶ້ນນັດຢຸດງານເຖິງ 5.000 ແຫ່ງ ແລະ ມີຜູ້ເຂົ້າຮ່ວມເຖິງ 340.000 ຄົນ ເພື່ອຕໍ່ສູ້ ແລະ ບັງຄັບໃຫ້ພວກນາຍທຶນ ຮັບຮອງ ເອົາສິດທິເຮັດວຽກຂອງກຳມະກອນມື້ຫນຶ່ງ 8 ຊົ່ວໂມງ, ພັກຜ່ອນ 8 ຊົ່ວໂມງ ແລະ ຮຳ່ຮຽນ 8 ຊົ່ວໂມງ.ຂະບວນການຕໍ່ສູ້ດັ່ງກ່າວໄດ້ຖືກປາບປາມຢ່າງຫນັກຫນ່ວງ,ແຕ່ກໍ່ໄດ້ສົ່ງຜົນສະທ້ອນອັນໃຫຍ່ ຫລວງ ແລະ ແຂງແຮງ ແລະ ເປັນກຳລັງໃຈໃຫ້ແກ່ຂະບວນຕໍ່ສູ້ຂອງຊົນຊັ້ນກຳມະກອນໃນໂລກ ທັງເປັນບາດ ກ້າວຂະຍາຍຕົວຂອງໄຊຊະນະ ແລະ ມີຄວາມຫມາຍອັນໃຫຍ່ຫລວງຂອງຊົນຊັ້ນ ກຳມະກອນໃນຂະບວນຕໍ່ສູ້ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ. ຕໍ່ຫນ້າສະພາບການນັ້ນ, ມາຮອດວັນທີ 14/5/1889 ກອງປະຊຸມພັກກອມມູນິດຄັ້ງທີ II ໄດ້ໄຂຂຶ້ນຢູ່ປາຣີ (ປະເທດຝຣັ່ງ) ກອງປະຊຸມຄັ້ງນັ້ນໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາ ມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນມື້ຫນຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດວັນທີ 1/5 ຂອງທຸກໆປີ ແລະ ເປັນວັນລະລຶກການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ.
- ນັບຕັ້ງແຕ່ນັ້ນເປັນຕົ້ນມາວັນທີ 1/5 ຂອງທຸກໆປີຈຶ່ງໄດ້ກາຍເປັນມູນເຊື້ອສາມັກຄີຕໍ່ສູ້ຂອງຊົນຊັ້ນກຳ ມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງ ງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານເຕົ້າໂຮມຄວາມສາມັກຄີ, ສະແດງກຳລັງ ແລະ ສະເຫນີຄຳຮຽກຮ້ອງທາງດ້ານເສດຖະກິດ, ການເມືອງ, ເພື່ອປົກປ້ອງສິດທິ ຜົນປະໂຫຍດຂອງຕົນ ແລະ ເພື່ອປົກປັກສັນຕິພາບຂອງໂລກ.

- ຊົນຊັ້ນກຳມະກອນລາວແມ່ນພາກສ່ວນຫນຶ່ງຂອງກຳມະກອນໂລກ, ເຊິ່ງໄດ້ເກີດໃຫມ່ໃຫຍ່ລຸນພາຍຫລັງພວກລ່າເມືອງຂຶ້ນຝຣັ່ງຢຶດຄອງປະເທດເຮົາແຕ່ປີ 1893 ເປັນຕົ້ນມາ, ຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານລາວໄດ້ຖືກກົດຂີ່ຂູດຮີດຢ່າງຫນັກຫນ່ວງ ແລະ ຖືກທຸບຕີທໍລະມານຢ່າງແສນສາຫັດຈາກນາຍທຶນຝຣັ່ງ, ຕໍ່ຫນ້າສະພາບນັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວໄດ້ພ້ອມພາກັນລຸກຮື້ຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານເຊັ່ນຂະບວນຕໍ່ສູ້ຂອງກຳ ມະກອນທ່າເຮືອວຽງຈັນທວງໃຫ້ເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກ, ການຕໍ່ສູ້ຂອງ ກຳມະກອນສ້າງທາງເລກທີ 13 ເລກທີ 8.
- ຈາກນັ້ນ ມາຂະບວນການຕໍ່ສູ້ຂອງກຳມະກອນກໍ່ເກີດຂຶ້ນໃນຫລາຍທ້ອງຖິ່ນຢ່າງກ້ວາງຂວາງຟົດຟື້ນ ແລະ ມີລັກສະນະເປັນເອກະພາບຕິດພັນກັບພາລະກິດຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ແລະ ສັກດີນາ ປະຕິການຂາຍຊາດຕະຫລອດມາ. ພາຍໃຕ້ການຊີ້ນຳ ນຳພາຂອງພັກຂະບວນການລຸກຮື້ຂຶ້ນ ຢຶດອຳນາດຢູ່ນະຄອນຫລວງວຽງຈັນ ໃນເດືອນ 8 ປີ 1945 ກໍ່ໄດ້ເລີ່ມມີການຕໍ່ສູ້ຂອງມະກອນ ໂຮງງານຕໍ່າຜ້າກາຟາ 500 ຄົນ ຕ້ານການຕັດເງິນເດືອນ ແລະ ປາບປາມຂອງຍີ່ປຸ່ນ, ພັກໄດ້ປຸກລະ ດົມຊາວເມືອງວຽງຈັນເຂົ້າຊ່ວຍຫນູນກຳມະກອນການຕໍ່ສູ້ຈຶ່ງໄດ້ຮັບໄຊຊະນະ.
- ຈາກນັ້ນໂດຍເຫັນແຈ້ງນະໂຍບາຍຂອງພັກ, ຊົນຊັ້ນກຳມະກອນໄດ້ເປັນກຳລັງແຮງປຸກລະດົມ ມວນຊົນລຸກຮື້ຂຶ້ນຢຶດອຳນາດການຮ່ວມມືກັບປະຊາຊົນບັນດາເຜົ່າ ແລະ ປະກາດຊາດລາວ ເປັນເອກະລາດໃນວັນທີ 12 ຕຸລາ 1945.ພາຍໃຕ້ການນຳພາຂອງພັກຂະບວນການຕໍ່ສູ້ຂອງກຳມະ ກອນບໍ່ພຽງແຕ່ທວງເອົາສິດຜົນປະໂຫຍດທາງດ້ານເສດຖະກິດເທົ່ານັ້ນ , ແຕ່ຍັງທວງເອົາສິດເສ ລີພາບປະຊາທິປະໄຕ, ທວງເອົາຄວາມເປັນເອກະລາດແຫ່ງຊາດ, ປົດປ່ອຍປະຊາຊົນອອກຈາກການ ກົດຂີ່ຂູດຮີດນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນອີກດ້ວຍ. ໃນໄລຍະແຫ່ງການຕໍ່ສູ້ກັບພວກ ລ່າເມືອງຂຶ້ນແບບໃຫມ່ ເພື່ອເພີ່ມທະວີບົດບາດການນຳພາຂອງພັກຕໍ່ຊົນຊັ້ນກຳມະກອນ.
- ສູນກາງພັກກໍ່ໄດ້ສ້າງຕັ້ງອົງການຈັດຕັ້ງກຳມະບານລາວຂຶ້ນໃນວັນທີ 1/2/1966, ເພື່ອປຸກລະດົມຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າເຂົ້າຮ່ວມໃນ ຂະບວນ ການຕໍ່ສູ້ກູ້ຊາດຈົນໄດ້ຮັບໄຊຊະນະຢ່າງສົມບູນ ເມື່ອປີ 1975. ຈາກນັ້ນຊົນຊັ້ນກຳມະກອນ ແລະ ຊາວ ຜູ້ອອກແຮງງານລາວກໍ່ໄດ້ເສີມຂະຫຍາຍບົດບາດຂອງຕົນເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສາມາດຍາດໄດ້ຜົນສຳເລັດຢ່າງໃຫຍ່ຫລວງເປັນກ້າວໆມາ.
ນ້ຳໃຈວັນທີ 1 ພຶດສະພາ ຫມັ້ນຍືນ !.