ຢາກຮູ້ອັນໃດຊອກເບິ່ງເດີ້

5/2/15

ດົນໆພົບກັນ ບັນຍາກາດສຸດສະໜຸກແມ່ນແຕ່ເວລາເຮັດວຽກ

ໂດຍການສະໜັບສະໜູນຈາກອົງການ Unicef ແລະ ເພິ່ນເຫັນດີໃຫ້ທີມງານວິທະຍຸໄວໜຸ່ມແຂວງສາລະວັນເປັນເຈົ້າພາບ ຈັດການເຝິກອົບຮົມ ໃນຫົວຂໍ້ ການເປັນຄູເຝິກນັກຈັດລາຍການວິທະຍຸ ມື້ອົບຮົມ ໂຕຈິງແມ່ນ ວັນທີ 27 ເມສາ-1 ພຶດສະພາ 2015 ເຊິ່ງຈະມີສຳມະນາກອນຈາກທີມງານວິທະຍຸໄວໜຸ່ມແຂວງ: ສາລະວັນ, ວຽງຈັນ, ບໍລິຄຳໄຊ, ສະຫວັນນະ ເຂດ,ຈຳປາສັກ, ເຊກອງ,ນະຄອນຫລວງວຽງຈັນ ແລະ ນັກຂ່າວຈາກ 8 ເມືອງ ຂອງແຂວງສາລະວັນເຂົ້າຮ່ວມ
ຄວາມຕ້ອງການຂອງທີມງານບໍ່ສິ້ນສຸດ ຈັດລາຍການເປັນແດ່ແລ້ວ ກໍຢາກມີຄວາມເກັ່ງໃນການຂຽນບົດ, ຂຽນບົດ-ຂ່າວເປັນແລ້ວ ກໍຢາກເກັ່ງສຳພາດ, ສຳພາດເປັນແລ້ວ ກໍຢາກເກັ່ງຕັດຕໍ່ ແລະ ອື່ນໆ ພາບຕໍ່ໄປນີ້ ແມ່ນບັນຍາກາດ ຂອງການເຮັດວຽກຂອງທີມງານ ໃນການອົບຮຽນເຝິກເປັນຄູເຝິກຂ່າວ ແລະ ຈັດລາຍການວິທະຍຸ....
ຄວາມສາມາດບໍ່ໄດ້ຂຶ້ນກັບໂຕເລັກຫລືໂຕໃຫຍ່
ໜ້າທີ່ໃຜໜ້າທີ່ມັນ
ຂ້ອຍບໍ່ໄດ້ສົນເດີ້....ຂ້ອຍຍັງບໍ່ແລ້ວເທື່ອ....
ໂອຍ....ຂຽວສະເຫວີຍຕາມືດຕາມົວແລ້ວ....
ເຈົ້າກໍຍັງບໍ່ແລ້ວຄືກັນເບາະ ?
ເບິ່ງນຳກັນ...ເຮັດຄັກໆ ເຮັດໃຫ້ມັນດີໆ...
ພວກເຈົ້າເຮັດໂລດ ຂ້ອຍຂຽນສະຄຣິບລາຍການບັໍທັນແລ້ວ....
ເຂົ້າຫ້ອງອັດລາຍການແລ້ວເດີ້...
ເອົາຄັກໆ....ຢ່າໃຫ້ເສຍເວລາ...
ບໍ່ເຫັນຊັ້ນເບາະ ບົດຂອງເຈົ້ານະ...
ເຈົ້າຊິອ່ານບົດ ຫລື ຊິເບິ່ງຂ້ອຍນີ້ນະ....
ພ້ອມໝົດທຸກຄົນແລ້ວເບາະ...
ດີຫລາຍ ບົດໃຜບົດມັນ....ຕັ້ງໃຈເດີ້....
ເບິ່ງແດ່ ຕັດຕໍ່ສຽງນີ້ນະ....ບໍ່ແລ້ວເທື່ອເບາະ ?
ຟັງຄັກໆເດີ້....ເຮັດຄັກໆ...
ເປັນກຳລັງໃຈໃຫ້ກັນແລະກັນ....ສະເໝີ....
ອາຫານມີໄວ້ເພື່ອລໍ່ລ້ຽງຮ່າງກາຍ
ສ່ວນຈິດໃຈ....ຂໍໃຫ້ຮັກ ແລະ ຄິດເຖິງກັນ ຕລອດໄປ ເພາະເຮົາຄືຄອບຄົວ
" ປີດໃຈໄວໜຸ່ມ "

No comments:

Post a Comment